Homeຂ່າວພາຍໃນຫາລືພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 19

ຫາລືພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 19

ກອງປະຊຸມປຶກສາຫາລືພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 19 ຈັດຂຶ້ນວັນທີ 21 ພຶດສະພາ 2026 ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໂດຍການເປັນປະທານຂອງ ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ຮອງປະທານຜູ້ປະຈໍາການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ມີຂະແໜງການ ພາກລັດທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ຈາກສະພາອຸດສາຫະກໍາ ແລະ ການຄ້າ ຍີ່ປຸ່ນປະຈໍາລາວ ອົງການສົ່ງເສີມການຄ້າຍີ່ປຸ່ນປະຈໍາ ນະຄອນຫຼວງວຽງຈັນ ອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ (JICA) ແລະ ຫ້ອງການທະນາຄານຮ່ວມມືສາກົນປະຈໍາບາງກອກ (JBIC).

ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ໄດ້ລິເລີ່ມມາແຕ່ປີ 2007 ຕາມການຕົກລົງ ລະຫວ່າງ ລັດຖະບານຂອງທັງສອງປະເທດ ແລະ ໄດ້ຈັດຂຶ້ນທຸກປີ ເພື່ອປຶກສາຫາລື ແລະ ໃນປີ 2026 ແມ່ນຄັ້ງທີ 19 ກອງປະຊຸມດັ່ງກ່າວນີ້ ແມ່ນກົນໄກການ ສົນທະນາປຶກສາຫາລື ເພື່ອແລກປ່ຽນຄໍາຄິດເຫັນ ແລະ ຄົ້ນຄວ້າຊອກຫາວິທີການແກ້ໄຂຮ່ວມກັນ ໂດຍສະເພາະແມ່ນ ບັນຫາ ແລະ ສິ່ງທ້າທາຍ ທີ່ຕິດພັນກັບສະພາບແວດລ້ອມການລົງທຶນ ທີ່ບໍລິສັດຍີ່ປຸ່ນ ມາດຳເນີນທຸລະກິດ ຢູ່ ສປປ ລາວ ກໍາລັງພົບພໍ້ ເພື່ອໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ຮັບຊາບໂດຍກົງ ແລະ ນໍາໄປຄົ້ນຄວ້າ ພິຈາລະນາແກ້ໄຂ ແນໃສ່ປັບປຸງນະໂຍບາຍສົ່ງເສີມການລົງທຶນ ບັນດານິຕິກຳ ລະບຽບການ ກໍຄື ສະພາບແວດລ້ອມຂອງການລົງທຶນພາຍໃນຂອງ ສປປ ລາວ ໃຫ້ນັບມື້ດີຂຶ້ນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ລັດຖະບານໄດ້ອະນຸຍາດແລ້ວ ໃຫ້ມີຜົນສໍາເລັດ ພ້ອມທັງສ້າງແຮງຈູງໃຈໃຫ້ແກ່ການດຶງດູດ ເອົາການລົງທຶນໃໝ່ທີ່ມີຄຸນນະພາບ ຈາກບັນດາປະເທດເພື່ອນມິດ ກໍຄືການລົງທຶນໂດຍກົງ ຈາກປະເທດຍີ່ ປຸ່ນ ເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ.

ກອງປະຊຸມໃນປີ 2026 ນີ້ ໄດ້ມີການປຶກສາຫາລື ລົງເລີກຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດພັນທະດ້ານສ່ວຍສາອາກອນ ໂດຍສະເພາະແມ່ນອາກອນມູນຄ່າເພີ່ມ (VAT) ການສ້າງສະພາບແວດລ້ອມ ເພື່ອເອື້ອອໍານວຍແກ່ການຈັດຫາພະລັງງານທົດແທນ (ພະລັງງານສະອາດ) ແລະ ກົນໄກການ ຈັດຕັ້ງປະຕິບັດກ່ຽວກັບການແລກປ່ຽນເງິນຕາຕ່າງປະເທດ.

ກອງປະຊຸມ ຄັ້ງທີ 19 ມີຄວາມສໍາຄັນຫຼາຍ ເນື່ອງຈາກປີ 2026 ເປັນປີທໍາອິດຂອງການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງໄລຍະຜ່ານມາ ຍີ່ປຸ່ນ ເປັນປະເທດໜຶ່ງ ທີ່ຢູ່ໃນແຖວໜ້າໃນການຊ່ວຍເຫຼືອລ້າ ແລະ ມາລົງທຶນ ຢູ່ ສປປ ລາວ ປັດຈຸບັນ ມີບໍລິສັດຍີ່ປຸ່ນ ເຂົ້າມາລົງທຶນຫຼາຍກວ່າ 160 ບໍລິສັດ ທີ່ມີທັງການເຂົ້າມາລົງທຶນໂດຍກົງ ແລະ ການຂະຫຍາຍຖານການຜະລິດ ຈາກປະເທດເພື່ອນມິດເຂົ້າມາ ສປປ ລາວ ໃນຮູບການຕ່ອງໂສ້ການຜະລິດ ຂອງພາກພຶ້ນ ແລະ ສາກົນ ເຊິ່ງໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍການຮ່ວມມື ແລະ ການລົງທຶນຢູ່ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີບັນຍາກາດທີ່ດີ ໂດຍສະເພາະແມ່ນຂະແໜງການຜະລິດ ທີ່ໄດ້ສ້າງວຽກເຮັດງານທໍາ ເຝິກສີມື ໃຫ້ແກ່ແຮງງານລາວໄດ້ຈໍານວນຫຼາຍ ແລະ ຖ່າຍທອດເຕັກໂນໂລຊີທີ່ທັນສະໄໝມາສູ່ ສປປ ລາວ.

ຜ່ານການປະຊຸມປຶກສາຫາລື ຝ່າຍ ຍີ່ປຸ່ນ ໄດ້ຢືນຢັນຈະສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ຮ່ວມກັນແກ້ໄຂບັນຫາສິ່ງທ້າທ້າຍຕ່າງໆ ເຊິ່ງຄາດວ່າຈະເຮັດໃຫ້ຕົວເລກການລົງທຶນຈາກຍີ່ປຸ່ນ ຈະສືບຕໍ່ເພື່ອຂຶ້ນຢ່າງຕໍ່ເນື່ອງ ແລະ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕາມທິດສີຂຽວ ແລະ ຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments