ໃນວັນທີ 21 ພຶດສະພາ 2026 ທີ່ ພະລາຊະວັງ ອາກາຊາກະ (Akasaka Palace) ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອົງມົງກຸດລາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ, ໃນໂອກາດເດີນທາງຢ້ຽມຢາມຍີ່ປຸ່ນ ເພື່ອເຂົ້າຮ່ວມພິທີເປີດງານບຸນລາວ ປະຈໍາປີ 2026 ທີ່ ນະຄອນຫຼວງໂຕກຽວ ຍີ່ ປຸ່ນ.
ໃນໂອກາດນີ້ ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕີຍິນດີທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ສົມເດັດ ອົງມົງກຸດລາ ຊະກຸມມານ ອາກິຊິໂນະ ແລະ ພະຊາຍາ ຄິໂກະ ໃນຄັ້ງນີ້ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພັນ ລະຍາ ໄປຍັງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ຍີ່ປຸ່ນ ແລະ ພະມະເຫສີ ພ້ອມທັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະ ຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອທີ່ມີປະສິດຕິຜົນ ແກ່ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ ການພັດທະນາໂຄງລ່າງພື້ນຖານ, ກະສິກໍາ-ປ່າໄມ້ ແລະ ຂົງເຂດອື່ນໆ. ລວມທັງການຈັດສົ່ງຊ່ຽວຊານ ແລະ ອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ. ພິເສດ ແມ່ນການຊ່ວຍເຫຼືອທາງດ້ານມະນຸດສະທໍາໃນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ.

ໃນຂະນະດຽວກັນ, ສົມເດັດ ອົງມົງກຸດລາຊະກຸມມານ ອະກິຊິໂນະ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການເດີນ ທາງຢ້ຽມຢາມ ແລະ ເຂົ້າຮ່ວມພິທີເປີດບຸນລາວ ຢູ່ ຍີ່ປຸ່ນ ຂອງ ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ແລະ ຄະ ນະ ໃນຄັ້ງນີ້, ພ້ອມທັງໄດ້ອວຍພອນໃຫ້ການຢ້ຽມຢາມປະສົບຜົນສໍາເລັດຢ່າງຈົບງາມ ແລະ ອວຍພອນໃຫ້ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງ ປະເທດ ຍີ່ປຸ່ນ ແລະ ລາວ ຈະເລີນງອກງາມຍິ່ງໆຂຶ້ນ.
ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1955 ຕະຫຼອດໄລຍະ 7 ທົດສະວັດກວ່າ ທີ່ຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປ ປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພິເສດ ໃນປີ 2025 ຜ່ານມາ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງ ການທູດ ຄົບຮອບ 70 ປີ ແລະ ການນໍາຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ເຫັນດີເປັນເອກະພາບໃນການຍົກລະດັບສາຍພົວ ພັນທາງການທູດ ຈາກ ຄູ່ຮ່ວມຍຸດທະສາດ ມາເປັນ ຄູ່ຮ່ວມຍຸດ ທະສາດຮອບດ້ານ ໄດ້ກາຍເປັນຂີດໝາຍສໍາຄັນທາງປະຫວັດ ສາດຂອງການພົວພັນຮ່ວມມື ລາວ-ຍີ່ປຸ່ນ ເພື່ອພ້ອມກັນສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່ໃນຊຸມປີຕໍ່ໜ້າ ແລະ ປີ 2025 ຍັງແມ່ນປີຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຂອງຕົນ ມາປະ ຕິບັດໜ້າທີ່ ຢູ່ ສປປ ລາວ ຫຼາຍກວ່າ 1.100 ເທື່ອຄົນ ອັນໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ຄວາມສະ ໜິດສະໜົມ ກໍຄືການແລກປ່ຽນ ແລະ ການໄປມາຫາສູ່ຂອງປະ ຊາຊົນ ສອງຊາດ ລາວ-ຍີ່ປຸ່ນ ຢ່າງສະໜິດແໜ້ນ ອີກດ້ວຍ.
ປັດຈຸບັນ ມີອາສາສະໝັກຍີ່ປຸ່ນກວ່າ 50 ຄົນ ທີ່ກໍາລັງປະຕິບັດໜ້າທີ່ ຢູ່ ສປປ ລາວ.

