Homeຂ່າວພາຍໃນພິທີມອບ-ຮັບວັກຊີນ ຮັບການສະໜັບສະໜູນຈາກລັດຖະບານລຸກຊຳບວກ

ພິທີມອບ-ຮັບວັກຊີນ ຮັບການສະໜັບສະໜູນຈາກລັດຖະບານລຸກຊຳບວກ

ວັນທີ 18 ພຶດສະພາ 2026 ທີ່ສາງວັກຊີນ ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບວັກຊີນທີ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານລຸກຊຳບວກ ໂດຍໄດ້ຮັບການເຂົ້າຮ່ວມຂອງ ທ່ານ ປອ. ດຣ. ບຸນເສີດ ແກ້ວປະສິດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າຈາກລັດຖະບານລຸກຊຳບວກ, ຜູ້ຕາງໜ້າຈາກອົງການ UNICEF, WHO, JICA, CHAI, ຜູ້ຕາງໜ້າຈາກຫ້ອງການ, ກົມ, ສູນ ແລະ ຂະແໜງການທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

ການຊ່ວຍເຫຼືອວັກຊີນຈາກລັດຖະບານລຸກຊຳບວກ ເປັນການປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນເງື່ອນໄຂອຳນວຍຄວາມສະດວກແກ່ພະນັກງານຜູ້ບໍລິການໃຫ້ວັກຊີນກັນພະຍາດ ແລະ ຄະນະຮັບຜິດຊອບວຽກງານກັນພະຍາດດ້ວຍວັກຊີນຢູ່ໃນແຕ່ລະຂັ້ນຕ່າງໆມີວັກຊີນໃນການເຄື່ອນໄຫວໃຫ້ບໍລິການພຽງພໍໃຫ້ແກ່ກຸ່ມເປົ້າໝາຍຕາມແຜນຍຸດທະສາດທີ່ໄດ້ວາງໄວ້, ເພື່ອກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດທີ່ສາມາດກັນໄດ້ດ້ວຍວັກຊີນ, ແນໃສ່ຫລຸດຜ່ອນອັດຕາການເຈັບເປັນ, ການເສຍຊີວິດຂອງແມ່ ແລະ ເດັກລົງເທື່ອລະກ້າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments