Homeຂ່າວຕ່າງປະເທດສປ ຈີນ ຈະແກ່ຍາວເວລາການປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ ຣັດເຊຍ ໄປຮອດທ້າຍປີໜ້າ

ສປ ຈີນ ຈະແກ່ຍາວເວລາການປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ ຣັດເຊຍ ໄປຮອດທ້າຍປີໜ້າ

ວິທະຍຸ ໂທລະພາບສູນກາງຈີນ, ​ ທ່ານ​ ກົ່ວ​ເຈ່ຍ​ຄຸນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ກ່າວ​ວ່າ: ເພື່ອ​ອຳ​ນ​ວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່​ ລະ​ຫວ່າງ ​ປະ​ຊາ​ຊົນ​ຈີນ-ຣັດ​ເຊຍ, ສປ ຈີນ​ຕົກ​ລົງແກ່​ຍາວ​ເວ​ລາ​​ປະ​ຕິ​ບັດນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ຕໍ່ຣັດ​ເຊຍ​ໄປ​ຮອດ ​ວັນ​ທີ 31 ທັນ​ວາ​ປີ 2027. ຊາວ​ຣັດ​ເຊຍ ​ທີ່​ຖື​ໜັງ​ສື​ຜ່ານ​ແດນ​ທຳ​ມະ​ດາທີ່​ມາ​ດຳ​ເນີນ​ທຸ​ລະ​ກິດ, ທ່ອງ​ທ່ຽວ, ຢ້ຽມ​ຢາມ​ຍາດ​ພີ່​ນ້ອງ, ແລກ​ປ່ຽນ ແລະ ຜ່ານ​ແດນ​ຈີນ​ ໄປ​ປະ​ເທດ​ທີ 3 ທີ່​ພັກ​ເຊົາຢູ່​ ສປ ຈີນ ​ບໍ່​ເກີນ 30 ວັນ​ ແມ່ນ​ສາ​ມາດ​ເຂົ້າ​ເມືອງ​ຈີນ​ ໂດຍ​ຍົກ​ເວັ້ນ​ວີ​ຊາ. ຂະນະດຽວກັນ ທ່ານ ​ດິ​ມີ​ຕ​ຣີ ເປັ​ສ​ຄົ​ຟ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ ​ຣັດ​ເຊຍ ​ກ່າວ​ວ່າ: ​ສຳ​ລັບ ຣັດ​ເຊຍ ​​ກໍຈະ​ແກ່​ຍາວ​ເວ​ລາ​ຍົກ​ເວັ້ນ​ວີ​ຊາ​ຕໍ່​ພົນ​ລະ​ເມືອງ​ຈີນ ເຊັ່ນ​ດຽວ​ກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments