Homeຂ່າວຕ່າງປະເທດສປຊ ຫຼຸດອັດຕາຄາດຄະເນລະດັບການເຕີບໂຕເສດຖະກິດທົ່ວໂລກລົງ

ສປຊ ຫຼຸດອັດຕາຄາດຄະເນລະດັບການເຕີບໂຕເສດຖະກິດທົ່ວໂລກລົງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 21 ພຶດສະພາ ຜ່ານມາວ່າ: ຕາມບົດລາຍງານສະພາບການ ແລະ ທ່າອ່ຽງເສດຖະກິດໂລກໄລຍະກາງປີ 2026 ໂດຍ ສປຊ ປະກາດໃນວັນທີ 19 ພຶດສະພາ ຜ່ານມາວ່າ, ລະດັບການເຕີບໂຕ GDP ທົ່ວໂລກ ໄດ້ຮັບການດັດປັບຫຼຸດລົງຈາກ 2.7% (ໂຕເລກທີ່ຄາດຄະເນເມື່ອເດືອນມັງກອນ 2026) ເປັນ 2.5%.

ຂ່າວລະບຸວ່າ: ສິ່ງທີ່ໜ້າວິຕົກກັງວົນກວ່ານັ້ນແມ່ນ, ໃນກໍລະນີທີ່ບໍ່ດີ, ໂຕເລກດັ່ງກ່າວອາດຈະຫຼຸດລົງເຫຼືອພຽງ 2.1% ເທົ່ານັ້ນ ຊຶ່ງເປັນໜຶ່ງໃນບັນດາລະດັບການເຕີບໂຕຕ່ຳທີ່ສຸດໃນສະຕະວັດນີ້, ຍົກເວັ້ນໄລຍະເກີດໂຣກລະບາດໂຄວິດ- 19 ແລະ ວິກິດການດ້ານການເງິນທົ່ວໂລກປີ 2008.

ທ່ານ ຊານທານູ ມຸກເຄີຈີ ຜູ້ອຳນວຍການວິເຄາະເສດຖະກິດ ຂຶ້ນກັບກົມເສດຖະກິດ ແລະ ສັງຄົມຂອງ ສປຊ ໃຫ້ຮູ້ວ່າ: ໂລກ “ຍັງບໍ່ທັນເຖິງຂັ້ນ” ຕົກເຂົ້າສູ່ສະພາບຊຸດໂຊມ, ແຕ່ຊີວິດການເປັນຢູ່ຂອງປະຊາຊົນນັບຕື້ຄົນຈະມີຄວາມຫຍຸ້ງຍາກກວ່າເກົ່າ ແລະ ບາງປະເທດອາດຈະເຫັນປະຈັກຕາພື້ນຖານເສດຖະກິດມີການເຕີບໂຕເປັນລົບ. ໄພເງິນເຟີ້ທົ່ວໂລກ ໄດ້ຮັບການຄາດຄະເນວ່າ ຈະເພີ່ມຂຶ້ນ 3.9% ໃນປີນີ້, ສູງກວ່າ 0.8 ຈຸດຄະແນນສ່ວນຮ້ອຍ ເມື່ອທຽບໃສ່ການຄາດຄະເນເມື່ອຕົ້ນປີ 2026.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments