Homeຂ່າວຕ່າງປະເທດອີຣັກ ພົບຄົນເຈັບຫາຍໃຈຍາກ 837 ຄົນ ຍ້ອນພາຍຸຝຸ່ນຮຸນແຮງ

ອີຣັກ ພົບຄົນເຈັບຫາຍໃຈຍາກ 837 ຄົນ ຍ້ອນພາຍຸຝຸ່ນຮຸນແຮງ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ພຶດສະພາ ຜ່ານມາວ່າ: ກະຊວງສາທາລະນະສຸກອີຣັກໄດ້ລາຍງານມີຄົນເຈັບ ຈຳນວນ 837 ຄົນ ທີ່ມີອາການຫາຍໃຈຍາກ ຍ້ອນພາຍຸຝຸ່ນຮຸນແຮງທີ່ພັດປົກຄຸມປະເທດ. ໂດຍບໍ່ມີລາຍງານຜູ້ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບຜົນກະທົບທັງໝົດໄດ້ອອກຈາກໂຮງໝໍແລ້ວ ຫຼັງຈາກໄດ້ຮັບການປິ່ນປົວ.

ກະຊວງດັ່ງກ່າວລະບຸວ່າ: ອົງການສາທາລະນະສຸກໃນນະຄອນຫຼວງແບກແດດ ແລະ ແຂວງອື່ນໆໄດ້ຢູ່ພາຍໃຕ້ການຕິດຕາມຢ່າງໃກ້ຊິດເປັນມື້ທີສອງຕິດຕໍ່ກັນຫຼັງຈາກສະພາບອາກາດທີ່ເຕັມໄປດ້ວຍຝຸ່ນ. ໂດຍພາຍຸຝຸ່ນເປັນປະກົດການທີ່ເກີດຂຶ້ນປົກກະຕິໃນປະເທດອີຣັກ ຊຶ່ງມັກເກີດຈາກການກາຍເປັນທະເລຊາຍ, ພືດພັນມີໜ້ອຍ ແລະ ໄພແຫ້ງແລ້ງທີ່ຍືດເຍື້ອ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments