Homeຂ່າວຕ່າງປະເທດຫວຽດນາມ ແລະ ນູແວນເຊລັງ ສູ້ຊົນນຳວົງເງິນການຄ້າ 2 ສົ້ນ ໃຫ້ບັນລຸ 3 ຕື້ໂດລາ

ຫວຽດນາມ ແລະ ນູແວນເຊລັງ ສູ້ຊົນນຳວົງເງິນການຄ້າ 2 ສົ້ນ ໃຫ້ບັນລຸ 3 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ ຄຣິສໂຕເຟີ ລູຊອນ ນາຍົກລັດຖະມົນຕີ ນູແວນເຊລັງ. ໃນການໂອ້ລົມ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸເປົ້າໝາຍ 3 ຕື້ໂດລາ; ສ້າງຄວາມສະດວກໃຫ້ແກ່ບັນດາຜະລິດຕະພັນທີ່ມີທ່າແຮງຂອງແຕ່ລະປະເທດໄດ້ເຂົ້າເຖິງຕະຫຼາດຂອງກັນໃຫ້ຫຼາຍກວ່າເກົ່າ.

ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບເພີ່ມທະວີການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ຊຸກຍູ້ຮູບແບບກະສິກຳປ່ອຍອາຍພິດຕ່ຳ ແລະ ພັດທະນາພະລັງງານຜະລິດຄືນ ໃໝ່, ໂດຍສະເພາະແມ່ນພະລັງງານແຮງລົມ ແລະ ໄຟຟ້າແສງຕາເວັນ.

ນາຍົກລັດຖະມົນຕີ 2 ທ່ານໄດ້ແບ່ງປັນການຕີລາຄາກ່ຽວກັບຄວາມສຳຄັນຂອງການໂອ້ລົມສົນທະນາ, ການຮ່ວມມືສາກົນ ແລະ ເຄົາລົບກົດໝາຍສາກົນໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ພາກພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments