Homeທຸລະກິດເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖົ່ວລຽນລາວ

ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖົ່ວລຽນລາວ

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ອີເລເວ່ນ ໂກເດິນຟຣຸດ ຈໍາກັນຜູ້ດຽວ (Eleven Gold Fruit) ກັບ ບໍລິສັດ ນານຈິງ ຊຽນຕູ້ ວັດທະນະທໍາ ແລະ ເຕັກໂນໂລຊີ ຈໍາກັດ ຜູ້ດຽວ (Nanjing Qiandu Culture Technology Co.,LTD) ວ່າດ້ວຍການຮ່ວມມືຊື້-ຂາຍ ຖຸລຽນລາວ ຈັດຂຶ້ນວັນທີ 19 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການລົງນາມລະຫວ່າງ ທ່ານ ເອລາວັນ ລາດປາກດີ ປະທານບໍລິສັດ Eleven Gold Fruit ຈໍາກັດ ແລະ ທ່ານ ກ່າວ ຊິ້ວຢູ ປະທານ ບໍລິສັດ ນານຈິງ ຊຽນຕູ້ ວັດທະະທຳ ແລະ ເຕັກໂນໂລຊີ ຈຳກັດ ຜູ້ດຽວ ໂດຍມີ ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ , ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້, ເພື່ອເປັນການສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈໃນການ ຊື້-ຂາຍ ຖົ່ວລຽນລາວ ແລະ ເພື່ອຢືນຢັນຄວາມສໍາພັນການຮ່ວມມືແບບຍາວນານ ແລະ ຮອບດ້ານ ລະຫວ່າງ ບໍລິສັດ Eleven Gold Fruit ກັບ ບໍລິສັດ Nanjing Qiandu Culture Technology Co.,LTD ຊຶ່ງພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ຖືເປັນນິມິດໝາຍອັນດີໃນການຄ້າຂາຍ ລະຫວ່າງ ສປປ ລາວ- ສປ ຈີນ, ເປັນການເພີ່ມທະວີສາຍພົວພັນຮັດແໜ້ນການຄ້າ ລະຫວ່າງ ລາວ-ຈີນ ໃຫ້ນັບມືນັບຂະຫຍາຍຕົວ ເຮັດໃຫ້ການຮ່ວມສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ ໃຫ້ເກີດດອກອອກຜົນໃນພາກປະຕິບັດຕົວຈິງ. ຜະລິດຕະພັນກະສິກຳຂອງລາວ ໂດຍສະເພາະ ແມ່ນຖົ່ວລຽນ ຖືວ່າເປັນໝາກໄມ້ ທີ່ກຳລັງໄດ້ຮັບຄວາມນິຍົມໃນຕະຫລາດ ສປ ຈີນ ຊຶ່ງຈະໄປສູ່ຜູ້ບໍລິໂພກ ໄດ້ຢ່າງສະດວກ, ວ່ອງໄວ ແລະ ຍັງຮັກສາຄວາມສົດໃໝ່ ໄດ້ເປັນຢ່າງດີ, ການລົງນາມໃນຄັ້ງ ຈະເປັນການຊ່ວຍຊຸກຍູ້ ແລະ ຍົກລະດັບໃຫ້ແກ່ການປູກຖຸລຽນໃນລາວ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ເປັນລະບົບເຂົ້າສູ່ມາດຕະຖານສາກົນ.

ໃນພິທີ ທ່ານ ວັນທ່ຽງ ພົມມະສຸລິນ ໄດ້ເນັ້ນໃຫ້ຜູ້ປະກອບການຕ້ອງເອົາໃຈໃສ່ ເປັນຕົ້ນ ຂະບວນການຜະລິດຕ້ອງໄດ້ຮັບການຢັ້ງຢືນມາດຕະຖານກະສິກໍາສະອາດ ໂດຍສະເພາະແມ່ນຄວາມປອດໄພຂອງຜູ້ບໍລິໂພກ, ສໍາລັບການກວດກາ ວິໄຈສານພິດຕົກຄ້າງແມ່ນມີຄວາມສໍາຄັນ ແລະ ຕ້ອງໄດ້ມີການຄວບຄຸມຕາມມາດຕະຖານກະສິກຳທີ່ດີ (GAP) ກ່ອນຈະນໍາຜະລິດຕະພັນເຂົ້າ ສປ ຈີນ; ການປຸງແຕ່ງເບື່ອງຕົ້ນ ໂດຍສະເພາະການສ້າງໂຮງເຮືອນຄັດເກດໃຫ້ໄດ້ມາດຕະຖານ ຕ້ອງມີການແຍກເກດ ຄັກແນ່, ຕ້ອງມີເກດ A.B ແລະ ເກດ C; ຂະບວນການສົ່ງອອກເຮົາຕ້ອງປະຕິບັດຕາມປະເທດລູກຄ້າ ໂດຍສະເພາະ ສປ ຈີນ.

ທ່ານ ເອລາວັນ ລາດປາກດີ ໄດ້ກ່າວວ່າ: ພິທີເຊັນບົດບັນທຶກການຮ່ວມມືຄັ້ງນີ້, ຖືວ່າເປັນບາດກ້າວທໍາອິດທີ່ມີຄວາມໝາຍສໍາຄັນຕໍ່ພວກເຮົາ ກໍຄື ຜູ້ປູກຖົ່ວລຽນໃນປະເທດລາວ ໂດຍພວກເຮົາມີເປົ້າໝາຍຈະສົ່ງຖົ່ວລຽນອອກໄປ ສປ ຈີນ ໃນປີນີ້ ຊຶ່ງພວກເຮົາໄດ້ມີການແລກປ່ຽນບົດຮຽນ ແລະ ກະກຽມຄວາມພ້ອມມາເປັນເວລາຫລາຍປີ, ທັງໄດ້ມີການຈັດຝຶກອົບຮົມ ແລະ ໄດ້ຮັບຄໍາແນະນໍາຈາກກົມປູກຝັງ ດ້ານວິຊາການ, ການຈັດການສວນໃຫ້ເຂົ້າເປັນລະບົບກະສິກໍາສະອາດ ກໍຄື ມາດຕະຖານ GAP. ຂະນະດຽວກັນ ພວກເຮົາກໍໄດ້ເຕົ້າໂຮມບັນດາສວນທີ່ຢູ່ໃນກຸ່ມ ທີ່ຜະລິດໄດ້ມາດຕະຖານ ມາຖອດຖອນບົດຮຽນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ເຂົ້າເຖິງການຜະລິດທີ່ໄດ້ມາດຕະຖານ ເພື່ອສົ່ງອອກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments