Homeຂ່າວຕ່າງປະເທດກອງປະຊຸມອະນາໄມໂລກຄັ້ງທີ 79 ຈັດຂຶ້ນຢູ່ນະຄອນເຊີແນວ

ກອງປະຊຸມອະນາໄມໂລກຄັ້ງທີ 79 ຈັດຂຶ້ນຢູ່ນະຄອນເຊີແນວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ພຶດສະພາ ຜ່ານມາ, ກອງປະຊຸມອະນາໄມໂລກຄັ້ງທີ 79 ຈັດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິດ ພາຍໃຕ້ຫົວຂໍ້ “ປັບປຸງສຸຂະພາບທົ່ວໂລກຄືນໃໝ່ ແລະ ຮ່ວມກັນຮັບພາລະໜ້າທີ່”, ກອງປະຊຸມຈະຄົ້ນຄວ້າພິຈາລະນາ 60 ກວ່າຫົວຂໍ້ ຊຶ່ງລວມທັງພະຍາດທີ່ບໍ່ຕິດແປດ, ສຸຂະພາບຈິດໃຈ, ການຄຸ້ມຄອງສຸຂະພາບທົ່ວປວງຊົນ, ການປ້ອງກັນ ແລະ ຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກທີ່ເກີດຂຶ້ນ ລວມເຖິງການກະກຽມ ແລະ ປະຕິບັດແຜນງົບປະມານສົກປີ 2026-2027 ຂອງອົງການອະນາໄມໂລກ ພ້ອມດ້ວຍຫົວຂໍ້ບໍລິຫານຕ່າງໆ ເຊັ່ນ: ການກວດສອບ ແລະ ການຕິດຕາມກວດກາ, ຊັບພະຍາກອນມະນຸດ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments