Homeສຶກສານັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລວິງ (Vinh University) ສສ ຫວຽດນາມ ໄດ້ສ້າງຜົນງານອັນດີເດັ່ນ ແລະ ນຳເອົາຄວາມພາກພູມໃຈມາໃຫ້ປະເທດຊາດ ດ້ວຍການໄດ້ລາງວັນອັນດັບທີ 3 ໃນງານແຂ່ງຂັນ “ຮ້ອງເພງນັກສຶກສາ” ສົກຮຽນ 2025-2026.

ງານແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ເມື່ອບໍ່ດົນມານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຂອງ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ (19/05/1890 – 19/05/2026) ແລະ ຄົບຮອບ 115 ປີ ແຫ່ງວັນທີ່ທ່ານ ໂຮ່ຈິມິນ ອອກເດີນທາງຊອກຫາເສັ້ນທາງກູ້ຊາດ (05/06/1911 – 05/06/2026). ໃນປີນີ້ ຖືເປັນຄັ້ງທຳອິດທີ່ຕົວແທນນັກສຶກສາລາວ ຈຳນວນ 37 ຄົນ ພາຍໃຕ້ການນຳພາຂອງຄະນະນັກສຶກສາລາວ ສົກຮຽນ 2025-2026 ໄດ້ເຂົ້າຮ່ວມການສະແດງ ດ້ວຍຄວາມຕັ້ງໃຈ ແລະ ເຕັມໄປດ້ວຍພອນສະຫວັນ, ທີມນັກສຶກສາລາວສາມາດຖ່າຍທອດສິລະປະ-ວັດທະນະທຳອັນງົດງາມຂອງລາວ ຜ່ານການຟ້ອນ ແລະ ຮ້ອງເພງ ທີ່ສະແດງໃຫ້ເຫັນເຖິງໄຊຊະນະ, ຄວາມອຸດົມຮັ່ງມີ, ຄວາມສາມັກຄີຂອງປະຊາຊົນຫວຽດນາມ ພ້ອມທັງສ່ອງແສງໃຫ້ເຫັນເຖິງມິດຕະພາບອັນຍືນຍົງລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຢ່າງເລິກເຊິ່ງ ຈົນສາມາດຊະນະໃຈຄະນະກຳມະການ ແລະ ໄດ້ລາງວັນອັນດັບທີ 3 ມາຄອງໄດ້ຢ່າງພາກພູມໃຈ.

ການຮ່ວມງານໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງຄວາມສາມາດເທົ່ານັ້ນ ແຕ່ເປັນຄວາມພາກພູມໃຈອັນຍິ່ງໃຫຍ່ ທີ່ນັກສຶກສາລາວໄດ້ມີສ່ວນຮ່ວມໃນເຫດການປະຫວັດສາດອັນສຳຄັນຂອງມະຫາວິທະຍາໄລ ແລະ ຂອງປະເທດຫວຽດນາມ ຊຶ່ງຜົນສຳເລັດດັ່ງກ່າວ ເປັນສິ່ງຢັ້ງຢືນເຖິງສັກກາຍະພາບຂອງນັກສຶກສາລາວ ໃນການກ້າຄິດ, ກ້າສະແດງອອກ ແລະ ພັດທະນາຕົນເອງໃນເວທີສາກົນ. ພ້ອມດຽວກັນນັ້ນ, ຍັງເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນ, ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ – ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

(ແຫຼງຂ່າວ: ສສກ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments