Home ຂ່າວຕ່າງປະເທດ ອິນເດຍ ເລັ່ງຫລຸດພາສີ ໃຫ້ນັກລົງທຶນຕ່າງປະເທດທີ່ລົງທຶນໃນພັນທະບັດ

ອິນເດຍ ເລັ່ງຫລຸດພາສີ ໃຫ້ນັກລົງທຶນຕ່າງປະເທດທີ່ລົງທຶນໃນພັນທະບັດ

0

ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ລັດຖະບານອິນເດຍ ພວມພິຈາລະນາຫລຸດພາສີຄັ້ງໃຫຍ່ ສຳລັບນັກລົງທຶນຕ່າງປະເທດ ທີ່ລົງທຶນໃນພັນທະບັດອິນເດຍ ເພື່ອປັບນະໂຍບາຍໃຫ້ເປັນສາກົນ ແລະ ດຶງດູດເງິນທຶນ ໃຫ້ໄຫລເຂົ້າມາປະເທດຫລາຍຂຶ້ນ.

ໂດຍອ້າງຕາມແຫລງຂ່າວ ລະບຸວ່າ: ກະຊວງການເງິນອິນເດຍ ພວມພິຈາລະນາຂໍ້ສະເໜີ ຂອງທະນາຄານກາງອິນເດຍ (RBI) ຢ່າງຈິງຈັງເພື່ອສະກັດກັ້ນບໍ່ໃຫ້ເງິນຣູປີ ອອ່ນຄ່າລົງໄປຫລາຍກວ່ານີ້ . ຫລ້າສຸດສະກຸນເງິນຣູປີ ອອ່ນຄ່າລົງລະດັບຕໍ່າສຸດ ເປັນປະຫວັດສາດ ຢູ່ທີ 95,9575 ຣູປີ ຕໍ່ໂດລາສະຫະລັດ ໃນລະຫວ່າງການຊື້-ຂາຍ ກ່ອນຈະປັບຕົວຂຶ້ນມາ. ຫລັງຈາກນັ້ນອັດຕາການຕອບແທນພັນທະບັດ ຂອງລັດຖະບານອິນເດຍ ໂດຍມີອາຍຸ 10 ປີ ປັບຕົວຫລຸດລົງ 2 bps ຢູ່ທີລະດັບ 7,03%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version