Homeຂ່າວຕ່າງປະເທດຍີ່ປຸ່ນ ຈະໃຊ້ໂຊຊຽວມິເດຍ ແກ້ບັນຫາຊາວຕ່າງປະເທດອາໄສ ຢູ່ເກີນວິຊ່າ

ຍີ່ປຸ່ນ ຈະໃຊ້ໂຊຊຽວມິເດຍ ແກ້ບັນຫາຊາວຕ່າງປະເທດອາໄສ ຢູ່ເກີນວິຊ່າ

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ສຳນັກງານ ກວດຄົນ ເຂົ້າເມືອງ ຂອງ ຍີ່ປຸ່ນ ມີແຜນ ຈະໃຊ້ໂຊຊຽວມິເດຍ ເພື່ອຍົກລະດັບ ມາດຕະການ ປາບປາມ ຊາວຕ່າງປະເທດ ທີ່ອາໄສຢູ່ ເກີນກຳນົດ (Overstay) ຫລື ລັກລອບເຮັດວຽກ ໂດຍຜິດກົດໝາຍ.

ໃນໄລຍະທີ່ຜ່ານມາ, ທາງການ ຍີ່ປຸ່ນ ໃຊ້ມາດຕະການ ອອກຄຳສັ່ງ ໃຫ້ເດີນທາງ ອອກນອກ ປະເທດ ຫລື ເຂົ້າສູ່ຂະບວນ ການສົ່ງຕົວກັບ ປະເທດ, ເມື່ອຜູ້ກະທຳຜິດ ເຂົ້າມອບຕົວ ດ້ວຍຕົນເອງ ຫລື ໄດ້ຮັບຂໍ້ມູນ ຈາກເຈົ້າໜ້າທີ່ຕຳຫລວດ. ເຖິງຢ່າງໃດກໍ່ຕາມ ສຳນັກງານ ບໍລິຫານ ກວດຄົນເຂົ້າເມືອງ ໄດ້ຕັ້ງເປົ້າ ທີ່ຈະໃຊ້ມາດຕະການ ເຊິງຣຸກຫລາຍຂຶ້ນ ດ້ວຍການໃຊ້ໂຊຊຽວມິເດຍ ໃນການລວບລວມ ແລະ ວິເຄາະຂໍ້ມູນ ເພື່ອລະບຸຕົວ ຜູ້ກະທຳຄວາມຜິດ.

ປັດຈຸບັນ ຂໍ້ມູນ ການຮັບສະໝັກງານ ທີ່ ຜິດກົດໝາຍ ລວມເຖິງ ຂໍ້ມູນ ການປອມແປງ ສະຖານະ ການອາໄສ ແພ່ລະບາດຫລາຍ ເທິງໂຊຊຽວມິເດຍ , ການຈັດເກັບ ແລະ ວິເຄາະຂໍ້ມູນ ເຫລົ່ານີ້ ຈະຊ່ວຍໃຫ້ ໜ່ວຍງານ ສາມາດກວດພົບ ຊາວຕ່າງປະເທດ ທີ່ ລັກລອບ ເຮັດວຽກ ລວມໄປເຖິງ ກຸ່ມບຸກຄົນ ຫລື ທຸລະກິດ ທີ່ເປັນຜູ້ວ່າຈ້າງ ຫລື ຕົວກາງທີ່ຈັດຫາ ທີ່ພັກໃຫ້ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments