ການຢ້ຽມຢາມລັດຖະກິດ ຢ່າງເປັນທາງການຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ຕໍ່ ສປ ຈີນ ໃນລະຫວ່າງວັນທີ 19-20 ພຶດສະພາ 2026 ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ບໍ່ພຽງຢືນຢັນເຖິງສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດ ລະຫວ່າງ ຈີນ-ຣັດເຊຍ.
ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໃນການຢ້ຽມຢາມລັດຖະກິດ ຢ່າງເປັນທາງການ ຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິ ບໍດີ ຣັດເຊຍ ຕໍ່ສປ ຈີນ ໃນລະຫວ່າງ ວັນທີ 19-20 ພຶດສະພາ 2026 ບໍ່ພຽງແຕ່ຢືນຢັນເຖິງສາຍພົວພັນ ຄູ່ຮ່ວມມືປະສານງານຍຸດທະສາດ ລະຫວ່າງ ຈີນ-ຣັດເຊຍ ແຕ່ຍັງສະທ້ອນໃຫ້ເຫັນເຖິງການຮ່ວມມືຢ່າງແໝ້ນແຟ້ນ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ສືບຕໍ່ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນຊຸກກຍູ້ ໃຫ້ການພົວພັນ ຄູ່ຮ່ວມປະສານງານຍຸດທະສາດຢ່າງຮອບດ້ານໃນຍຸກໃໝ່ ລະຫວ່າງ ຈີນ-ຣັດເຊຍ ເດີນໄປຂ້າງໜ້າແບບຍືນຍົງ ແລະ ໝັ້ນທ່ຽງ.

ຕາມຄຳເຊີນຂອງ ທ່ານ ສີຈິ້ນຜິງ, ທ່ານ ວາລາດີເມຍ ປູຕິນ ຈະເດີນທາງຢ້ຽມຢາມປະເທດຈີນ ຢ່າງເປັນທາງການ, ເຊິ່ງຄາດວ່າສາຍພົວພັນ ລະຫວ່າງສອງປະເທດ ຈີນ-ຣັດ ເຊຍ ຍິ່ງຈະຍົກສູງໂອກາດທີ່ດີດ້ານການລົງທຶນ, ການຄ້າ, ເຕັກໂນໂລຊີ, ການທ່ອງທ່ຽວ ແລະ ອື່ນໆ. ກ່ອນໜ້ານີ້, ຜູ້ນຳທັງສອງກໍໄດ້ສົ່ງຈົດໝາຍ ສະແດງຄວາມຍິນດີ ເຖິງງານມະຫາກໍາວາງສະແດງສິນຄ້າ ຈີນ-ຣັດເຊຍ ຄັ້ງທີ 10 ຈັດຂຶ້ນຢູ່ຈີນ, ເຊິ່ງສະແດງໃຫ້ເຫັນວ່າ ຜູ້ນຳທັງສອງ ໃຫ້ຄວາມສຳຄັນຢ່າງສູງຕໍ່ການເສີມສ້າງການແລກປ່ຽນ ແລະ ການຮ່ວມມື ຂອງສອງຝ່າຍເປັນພິເສດ.
ທ່ານ ສີຈິ້ນຜິງ ກ່າວວ່າ ປີນີ້ ພໍດີຄົບຮອບ 30 ປີ ຂອງສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດ ລະຫວ່າງຈີນ-ຣັດເຊຍ ແລະ ຄົບຮອບ 25 ປີ ຂອງການລົງນາມສັນຍາມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ, ເຊິ່ງຕະຫລອດໄລຍະຜ່ານມາດ້ວຍຄວາມເອົາໃຈໃສ່ ຂອງສອງປະເທດເຮັດໃຫ້ການການຮ່ວມມືໃນຫລາຍຂະແໜງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ບັນລຸຜົນສຳເລັດຢ່າງຫລວງຫລາຍ.

ໃນຂະນະທີ່ ທ່ານ ວາລາດີເມຍ ປູຕິນ ກ່າວວ່າ: ງານມະຫາກຳນີ້ ເປັນເວທີສຳລັບ ການສົນທະນາໂດຍກົງ ແລະ ເລິກເຊິ່ງ ລະຫວ່າງ ສອງຝ່າຍ, ໄດ້ສະແດງຄວາມຫວັງວ່າ ງານນີ້ ຈະສ້າງຜົນດີ ຊ່ວຍວາງແຜນອະນາຄົດໃໝ່ ຂອງການຮ່ວມມື ແບບໃຫ້ຜົນປະໂຫຍດ ຮ່ວມກັນ ແລະ ນຳປະໂຫຍດ ມາສູ່ ປະຊາຊົນຂອງສອງປະເທດ.
ໜັງສືພິມໄຊນາເດຍລີ (Chinadaily) ໄດ້ລາຍງານ ຕາມບົດບັນນາທິການວ່າ ດ້ວຍການນຳພາຂອງ “ການທູດລະດັບຜູ້ນຳ” ຄວາມສຳພັນ ຈີນ-ຣັດເຊຍ ໄດ້ສະແດງເຖິງ ລະດັບຄວາມໄວ້ໃຈ ທາງການເມືອງທີ່ສູງ ແລະ ສາມາດຜ່ານຜ່າ ຄວາມຜັນແປທີ່ສັບສົນ ຂອງ ສະຖານະການໂລກ ໄດ້ກາຍເປັນເສົາຄ້ຳ ຂອງລະບຽບໂລກ ຫລັງສົງຄາມ.

ເມື່ອປີກາຍຜ່່ານມາ, ສອງປະເທດ ໄດ້ອອກຖະແຫລງການຮ່ວມ 3 ສະບັບ ກ່ຽວກັບ: ການເສີມສ້າງຄວາມສຳພັນສອງຝ່າຍ, ການຮັກສາ ສະຖຽນລະພາບ ຍຸດທະສາດໂລກ ແລະ ການປົກປ້ອງ ອຳນາດຂອງກົດໝາຍ ສາກົນໃນເວລາທີ່ຄວາມໝັ້ນຄົງໂລກ ພວມປ່ຽນແປງ,ຈີນ ແລະ ຣັດເຊຍ. ສະນັ້ນ ໃນຖານະສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ (United Nations Security Council) ຄວນຮ່ວມມືກັນ ເພື່ອເສີມສ້າງ ບົດບາດຂອງອົງການສະຫະ ປະຊາ ຊາດ(United Nations) ແລະ ປະສານງານ ໃນບັນຫາສຳຄັນ ລະດັບ ພາກພື້ນ ແລະ ໂລກ.
ບົດຄວາມນີ້ ຍັງໄດ້ຍົກໃຫ້ເຫັນ ບາງຕອນວ່າ ຈີນ ເປັນຄູ່ຄ້າໃຫຍ່ທີ່ສຸດ ຂອງຣັດເຊຍ ຕິດຕໍ່ກັນ 16 ປີ ແລະ ມູນຄ່າການຄ້າ ຂອງ ສອງຝ່າຍເກີນ 200 ຕື້ໂດລາ ສະຫະລັດ ຢ່າງຕໍ່ເນື່ອງ ໃນໄລຍະ3 ປີ. ໃນໄຕມາດທຳອິດຂອງປີ 2026 ນີ້, ການຄ້າສອງຝ່າຍ ບັນລຸ 61.2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14.7% ຈາກ ປີກາຍ. ນອກຈາກນີ້ ທັງສອງປະເທດ ຍັງພວມຂະຫຍາຍ ການຮ່ວມມື ໃນຂະແໜງຕ່າງໆ ທີ່ມີຄວາມສົນໃຈ ຮ່ວມກັນ ຄື: ພະລັງງານ, ປັນຍາປະດິດ (AI), ກະສິກຳ, ການແລກປ່ຽນໄປ-ມາ ຫາສູ່ກັນເພີ່ມຂຶ້ນ.

ບັນດາສື່ມວນຊົນ ຕ່າງປະເທດ ກໍໃຫ້ຄໍາເຫັນ ໃນແງ່ມຸມແຕກຕ່າງກັນວ່າ ການຢ້ຽມຢາມ ເປັນເວລາ 2 ວັນຂອງ ທ່ານ ວາລາດີເມຍ ປູຕິນ ນັ້ນ ອາດຈະ ບໍ່ພຽງສື່ເຖິງ ຄວາມ ໝາຍ ການຮ່ວມມືເລິກເຊິ່ງ ລະຫວ່າງຈີນ-ຣັດເຊຍ ໃນສະຕະວັດທີ 21 ແຕ່ຍັງສ້າງ ຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນທີ່ເພິ່ງພາອາໄສ, ຄວາມໝັ້ນຄົງ ຕໍ່ພາກພື້ນອາຊຽນ ແລະ ວົງຄະນະ ຍາດສາກົນ ທົ່ວໂລກອີກ.
ໂດຍຜ່ານໝາກຜົນທີ່ດີດັ່ງນີ້: 1. ຊ່ວຍເສີມສ້າງຄວາມແຂງແກ່ນຄວາມສຳພັນ ຈີນ-ຣັດເຊຍ ໃນດ້ານພະລັງງານ, ການຄ້າ, ການລົງທຶນ ແລະ ຄວາມໝັ້ນຄົງອື່ນໆ ໃນເວທີໂລກ.
2. ຜົນດີຕໍ່ອາຊຽນ: ເຮັດໃຫ້ຈີນ-ຣັດເຊຍ ຍິ່ງມີຄວາມໃກ້ຊິດກັນຂຶ້ນ ຫລາຍກວ່າເກົ່າກັບ ອາຊຽນ ໃນດ້ານການຄ້າ, ພະລັງງານ, ການລົງທຶນ, ເຊື່ອມໂຍງເຊື່ອມຈອດເສັ້ນທາງລົດໄຟ ລະຫວ່າງ ຈີນ-ຣັດເຊຍ-ອາຊຽນ, ແລະ ຊ່ວຍໃຫ້ອາຊຽນ ມີທາງເລືອກຫລາຍຂຶ້ນບໍ່ຕ້ອງເພິ່ງພາຂົ້ວໂລກຕາເວັນຕົກຝ່າຍດຽວອື່ນໆ.

3. ຜົນດີຕໍ່ໂລກ: ອາດຈະເຮັດໃຫ້ປະຊາຄົມໂລກ ເກີດມີການຮ່ວມມືເປັນ “ໂລກຫລາຍຂົ້ວອຳນາດ” ເພີ່ມຂຶ້ນບໍ່ໃຫ້ມີພຽງແຕ່ຝ່າຍດຽວຄອງອຳນາດ, ການຮ່ວມມື ຈີນ-ຣັດ ເຊຍ ອາດຈະຊ່ວຍຫລຸດຜ່ອນການປ່ຽນແປງ ຂອງຕະຫລາດພະລັງງານ, ຫລຸດການຜູກຂາດອໍານາດການຄ້າ, ເຕັກໂນໂລຊີ ແລະ ສ້າງຄວາມສົມດູນດ້ານເສດຖະກິດໂລກ ໃຫ້ກ້າວໄປຢ່າງໝັ້ນທ່ຽງ.
ນອກນັ້ນ ຍັງຄາດຫວັງວ່າ ຈະຊ່ວຍຍູ້ແຮງ “ການເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ສຳລັບຍຸກໃໝ່” ລະຫວ່າງຈີນ ແລະ ຣັດເຊຍ ໃຫ້ພັດທະນາຕໍ່ໄປເພື່ອນຳຄວາມໝັ້ນຄົງ ແລະ ກາຍເປັນແຮງຂັບເຄື່ອນໃໝ່ມາສູ່ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງໂລກ.

