Homeສາລະໜ້າຮູ້ເຮັດຂະນົມຄົກກິນເອງ ແບບຫວານໆ

ເຮັດຂະນົມຄົກກິນເອງ ແບບຫວານໆ

** ສ່ວນປະກອບ ໂຕຂະນົມຄົກ ຄື:

1. ແປ້ງເຂົ້າຈ້າວ 400 ກຣາມ.

2. ກະທິຫມາກພ້າວ 2 ຖ້ວຍ.

3. ແປ້ງເຂົ້າຫນຽວ 60 ກຣາມ.

4. ນ້ໍາຮ້ອນໆ 2 ຖ້ວຍ.

5. ນໍ້າຕານ 3 ບ່ວງຕັກກີນ.

6. ເກືອ 1 ບ່ວງກາເຟ.

7. ນ້ໍາມັນພືດສໍາລັບປຸງແຕ່ງອາຫານ.

** ສ່ວນປະກອບ ໜ້າຂະນົມຄົກຄື:

1. ແປ້ງເຂົ້າຈ້າວ 3 ບ່ວງຕັກກີນ.

2. ນ້ໍາຕານ 1ບ່ວງ.

3. ເກືອ 1 ບ່ວງກາເຟ.

4. ກະທິຫມາກພ້າວ 2 ຖ້ວຍ.

5. ເຄື່ອງສຳລັບໃສ່ໜ້າ ເປັນຕົ້ນ ຜັກບົ່ວ ສາລີ ແລະ ເອົາຕາມທີ່ທ່ານມັກ.

*** ວິທີເຮັດ

1. ຖອກແປ້ງເຂົ້າຈ້າວ 400 ກຣາມ ປະສົມກັບ ແປ້ງເຂົ້າໜຽວ 60 ກຣາມ, ນໍ້າຕານ 3 ບ່ວງ, ເກືອ 1 ບ່ວງກາເຟ ຫຼັງຈາກນັ້ນຄ່ອຍໆ ຖອກກະທິຫມາກພ້າວທີ່ກຽມໄວ້ 2 ຖ້ວຍ ແລ້ວຄົນໃຫ້ເຂົ້າກັນ.

2. ຫຼັງຈາກນັ້ນມາເຮັດໜ້າກະທິຕໍ່ ຖອກແປ້ງເຂົ້າຈ້າວ 3 ບ່ວງຕັກກີນ, ນ້ໍາຕານ 1 ບ່ວງ, ເກືອ 1 ບ່ວງກາເຟ ໃສ່ນ້ໍາກະທິຫມາກພ້າວ 2 ຖ້ວຍ ຄ່ອຍໆ ເທລົງ ແລ້ວຄົນໃຫ້ເຂົ້າກັນ.

3. ຕັ້ງເຕົາຂະນົມຄົກ ຫຼັງຈາກນັ້ນທານໍ້າມັນໃສ່ໝໍ່້ສຳລັບຈືນຂະນົມຄົກ ຖ້າໄຟຮ້ອນແລ້ວໃຫ້ຖອກຂະນົມຄົກລົງ.

4. ເມື່ອແປ້ງສຸກຫນ້ອຍຫນຶ່ງໃຫ້ຖອກໜ້າກະທິຫມາກພ້າວລົງ ຫຼັງຈາກນັ້ນປິດຝາ ລໍຖ້າຈົນກວ່າຈະສຸກ ແລ້ວຖອກໜ້າຂະນົມຄົກລົງ ປິດຝາອີກຮອບ ຈົນກ່ວາຈະສຸກ ຈີ່ງຕັກອອກມາກິນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments