ສ່ວນປະກອບ
1. ເຂົ້າຫນຽວ 1 ກິໂລ
2. ຖົ່ວດໍາ 200 ກຣາມ
3. ກ້ວຍສຸກ 1 ຫວີ
4. ກະທິຫມາກພ້າວ 500 ml
5. ນໍ້າຕານ 250 ກຣາມ
6. ເກືອ 1 ບ່ວງກາເຟ.
7. ໃບຕອງສໍາລັບຫໍ່.
8. ເຊືອກ ຫຼື ຕອກ ສຳລັບມັດ

ວິທີເຮັດ
1. ແຊ່ເຂົ້າຫນຽວ ແລະ ຖົ່ວດໍາຂ້າມຄືນ, ຕອນເຊົ້າມື້ຕໍ່ມາລ້າງໃຫ້ສະອາດ ແລ້ວເອົາຖົ່ວດໍາມາຕົ້ມຈົນສຸກຈົນອ່ອນ ແລ້ວຕັກໃສ່ຖ້ວຍປະໄວ້ໃຫ້ເຢັນ.
2. ຕັ້ງຫມໍ້ເອົາກະທິຫມາກພ້າວລົງ ໃຊ້ຄວາມຮ້ອນປານກາງ ເອົາເຂົ້າຫນຽວລົງໄປຂົ້ວ ໃສ່ນໍ້າຕານ ແລະ ເກືອ ຄົນຈົນກວ່າກະທິຫມາກພ້າວຈະເຂົ້າກັນ ແລະ ໃຫ້ມີກີ່ນຫອມ ຫຼັງຈາກນັ້ນເອົາຖົ່ວດໍາລົງໄປ ຂົ້ວໃຫ້ເຂົ້າກັນ ແລ້ວປະໄວ້.
3. ກຽມໃບຕອງ 2 ແຜ່ນຕິດກັນ ຕັກເຂົ້າຫນຽວ ໃສ່ຫມາກກ້ວຍ ແລ້ວມັດຫຸ້ມຫໍ່ດ້ວຍຕອກ.
4. ເອົາເຂົ້າຕົ້ມທີ່ຫໍ່ແລ້ວໃສ່ຫມໍ້ ໃສ່ນໍ້າໃຫ້ຖ້ວມ ຕົ້ມດ້ວຍຄວາມຮ້ອນປານກາງ ປະມານ 1 ຊົ່ວໂມງ ໃນເວລາທີ່ຕົ້ມໃຫ້ເຕີມນ້ໍາບໍ່ໃຫ້ແຫ້ງ.
6. ເມື່ອເຂົ້າຕົ້ມສຸກດີແລ້ວ ຕັກອອກມາ ແກະໃບຕອງອອກປະໃຫ້ເຢັນ ແລ້ວກິນໃນຂະນະທີ່ຍັງອຸ່ນໆ ຈະແຊບທີ່ສຸດ.

