ພິທີປະດັບຫຼຽນໄຊແຮງງານ ແລະ ຫຼຽນກາແຮງງານບັ້ນກະກຽມ ແລະ ດຳເນີນກອງປະຊຸມອາຊຽນທີ່ ສປປ ລາວ ເປັນປະທານ ຈັດຂຶ້ນວັນທີ 18 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນວ ມີປະທານ, ຮອງປະທານຄະນະກຳມະການປົກຄອງ ນວ, ເມືອງ ແລະ ພະນັກງານກ່ຽວຂ້ອງ.
ໃນພິທີ, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າຄະນະຈັດຕັ້ງ ນວ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ I ແລະ ຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນພັດທະນາ ນວ ໃນນັ້ນໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ ທ່ານ ປຣະເສີດ ບັນຈົງພັກດີ ຜູ້ກໍ່ຕັ້ງທັງເປັນປະທານບໍລິສັດຫຍ້າສີຟ້າ ທີ່ມີຜົນງານໃນການອອກແບບສະຖາປັດຕະຍະກໍາທີ່ເປັນເອກະລັກພົ້ນເດັ່ນ ຂອງ ສປປ ລາວ ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ທ່ານ ປະສາດໄຊ ພິລາພັນເດຊ ຜູ້ອຳນວຍການບໍລິສັດລາວໂຕໂຍຕາບໍລິການ ຈຳກັດ ທີ່ມີຜົນງານປະກອບສ່ວນໃນໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນບ້ານສົມສະຫວາດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈາກນັ້ນກໍໄດ້ປະດັບຫຼຽນໄຊແຮງງານຊັ້ນ II ຊັ້ນ III ແລະ ຫຼຽນກາແຮງງານໃຫ້ແກ່ຜູ້ມີຜົນງານດີເດັ່ນໃນບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ ໃນນັ້ນໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ຄະນະນຳ ນວ 9 ທ່ານຄື: ທ່ານ ອາດສະພັງທອງ ສີພັນດອນ, ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນວ ພ້ອມດ້ວຍຄະນະນຳ ນວ 7 ທ່ານ.

ພ້ອມນັ້ນກໍໄດ້ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ບັນດາຄະນະນໍາ ນວ 105 ທ່ານ ແລະ ປະດັບຫຼຽນກາແຮງງານ 14 ທ່ານຕື່ມອີກ, ກໍເພື່ອຢັ້ງຢືນໃຫ້ເຫັນເຖິງຜົນງານອັນດີເດັ່ນຂອງບັນທ່ານທີ່ໄດ້ປະກອບສ່ວນດ້ານເຫື່ອແຮງ ສະຕິປັນຍາ ແລະ ງົບປະມານເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

