Homeຂ່າວໜ້າໜຶ່ງເປີດການເຝີກອົບຮົມ-ຫັດແອບຊ້ອມຮົບຮ່ວມຕີພິເສດ “ໃຕ້ຝຸ່ນ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026”

ເປີດການເຝີກອົບຮົມ-ຫັດແອບຊ້ອມຮົບຮ່ວມຕີພິເສດ “ໃຕ້ຝຸ່ນ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026”

ວັນທີ 18 ພຶດສະພາ 2026, ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ເປີດການອົບຮົມ-ຫັດແອບຊ້ອມຮົບຮ່ວມຕີພິເສດ “ໃຕ້ຝຸ່ນ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026” ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຮ່ວມຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນໍາການເຝິກອົບຮົມ-ຫັດແອບຊ້ອມຮົບຮ່ວມຕີພິເສດ “ ໃຕ້ຝຸ່ນ ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026” ແລະ ສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານ ເຂດຕາເວັນອອກ ກອງທັບຣັດເຊຍ, ມີຄະນະຊີ້ນໍາຊ້ອມຮົບຮ່ວມ ຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍ ທີ່ໄດ້ຮັບມອບໜາຍໜ້າທີ່ເຂົ້າຮ່ວມ.

ການອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026” ໃນຄັ້ງນີ້ ເພື່ອເປັນການເສີມສ້າງ, ຫັດແໜ້ນສາຍພົວພັນ ຂອງສອງຊາດ, ສອງກອງທັບທີ່ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານບົນພື້ນຖານການເຄົາລົບນັບຖືເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈ, ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ. ການຊ້ອມຮົບຮ່ວມໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ໃນການເສີມຂະຫຍາຍການຮ່ວມມືດ້ານວຽກງານປ້ອງກັນຊາດ, ຍົກລະດັບການປະສານສົບທົບສູ້ຮົບຮ່ວມກັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເສີມສ້າງຄວາມໝັ້ນຄົງໃນພາກພື້ນ ເພື່ອຕີລາຄາການປະສານສົມທົບຕໍ່ຄວາມພ້ອມຂອງເພື່ອນມິດໃນການປະຕິບັດໜ້າທີ່ ພ້ອມທັງແລກປ່ຽນຄວາມຮູ້ຂອງສອງກອງທັບ ໃນການອົບຮົມ-ຫັດແອບຮົບຄັ້ງນີ້, ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ ແລະ ເປັນບົດຮຽນພື້ນຖານອັນສໍາຄັນ ໃນການເສີມຂະຫຍາຍການຮ່ວມມືລະຫວ່າງ 2 ຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍີງຂຶ້ນ.

ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວເປີດການອົບຮົມ-ຫັດແອບເຝິກຊ້ອມຮົບ ຮ່ວມ ລາວ-ຣັດເຊຍ ເຊິ່ງໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບ ເອົາໃຈໃສ່ເກັບກໍາເອົາບັນດາເນື້ອໃນ, ທິດສະດີຫຼັກການທີ່ເພື່ອນຣັດເຊຍອົບຮົມ-ຫັດແອບໃຫ້ ສ້າງຄວາມສາມັກຄີພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ບັນຍາການໃນການອົບຮົມ-ຫັດແອບ ເຕັມໄປດ້ວຍບັນຍາການຟົດຟື້ນ ໄມຕີຈິດມິດຕະພາບສາມັກຄີ ຊ່ວຍເຫຼືອ, ແລກປ່ຽນບົດຮຽນກັນ ແລະ ກັນ ເພື່ອເຮັດສໍາເລັດໜ້າທີ່ ທີ່ສອງຊາດ, ສອງກອງທັບ ໄດ້ມອບໝາຍໃຫ້.

ຫຼັງຈາກນັ້ນ, ກໍໄດ້ຮ່ວມຊົມການສະແດງພາຫະນະອາວຸດຂອງ ຝ່າຍຣັດເຊຍ ທີ່ນໍາມາວາງສະແດງ ເປັນຕົ້ນອາວຸດປະຈໍາການພົນທະຫານ, ໂດຣນ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments