Homeຂ່າວຕ່າງປະເທດWHO ຖະແຫຼງ ການແຜ່ລະບາດຂອງໄວຣັດ Hanta ມີຄວາມສ່ຽງຕ່ຳ

WHO ຖະແຫຼງ ການແຜ່ລະບາດຂອງໄວຣັດ Hanta ມີຄວາມສ່ຽງຕ່ຳ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພຶດສະພາ ຜ່ານມາ, ອົງການອະນາໄມໂລກ (WHO) ຖະແຫຼງວ່າ, ຍັງຮັກສາການຕີລາຄາການແຜ່ລະບາດຂອງໄວຣັດ Hanta ຢູ່ລະດັບຕ່ຳ ເມື່ອກຳປັ່ນທ່ອງທ່ຽວທີ່ເກີດພະຍາດດັ່ງກ່າວພວມເດີນທາງມາໃກ້ກັບໂຮນລັງ. ຖະແຫຼງການຂອງ WHO ລະບຸວ່າ: ຄວາມສ່ຽງຕໍ່ສຸຂະພາບຂອງປະຊາ ຊົນໄດ້ຮັບການຕີລາຄາຄືນໃໝ່ ໂດຍອີງໃສ່ຂໍ້ມູນທີ່ໄດ້ອັບເດດຫຼ້າສຸດໃນປັດຈຸບັນ ແລະ ຄວາມສ່ຽງທົ່ວໂລກຍັງຢູ່ລະດັບຕ່ຳ.

ຖະແຫຼງການໃຫ້ຮູ້ວ່າ: ເຖິງວ່າກໍລະນີຕິດພະຍາດໃໝ່ອາດສາມາດເກີດຂຶ້ນໃນຈຳນວນນັກທ່ອງທ່ຽວ ແລະ ລູກເຮືອກ່ອນທີ່ມາດຕະການສະກັດກັ້ນໄດ້ຈັດວາງ, ແຕ່ຄາດວ່າ ຄວາມສ່ຽງຕິດແປດຈະຫຼຸດລົງ ພາຍຫຼັງທີ່ເຂົາເຈົ້າອອກຈາກກຳປັ່ນ ແລະ ບັນດາມາດຕະການຄວບຄຸມໄດ້ຮັບການຜັນຂະຫຍາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments