Homeຂ່າວພາຍໃນເລັ່ງປັບປຸງລະບົບການສະໜອງໄຟຟ້າ ແລະ ຍົກລະດັບການບໍລິຫານຈັດການໃຫ້ມີຄວາມທັນສະໄໝ

ເລັ່ງປັບປຸງລະບົບການສະໜອງໄຟຟ້າ ແລະ ຍົກລະດັບການບໍລິຫານຈັດການໃຫ້ມີຄວາມທັນສະໄໝ

ໃນວັນທີ 18 ພຶດສະພາຜ່ານມານີ້, ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ໄດ້ຈັດກອງປະຊຸມພົບປະໂອ້ລົມແກ້ໄຂບັນຫາກ່ຽວກັບ ໄຟຕົກໄຟມອດ, ໂດຍການເປັນປະທານ ຂອງ ທ່ານ ຄຳພູນ ສຸກອາລຸນ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າ, ມີຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງພ້ອມດ້ວຍຄະນະ, ຄະນະສາຂານະຄອນຫຼວງວຽງຈັນ 1-2, ຄະນະພະແນກ ເຕັກນິກ-ຄຸ້ມຄອງລະບົບໄຟຟ້າ, ຄະນະຫ້ອງການເຕັກນິກ ແລະ ວາງແຜນລະບົບໄຟຟ້າ ສາຂານະຄອນຫຼວງ 1-2, ຄະນະຫ້ອງການແຜນການ-ທຸລະກິດສາຂານະຄອນຫຼວງ1-2 ແລະ ຄະນະຫ້ອງການໄຟຟ້າ 4 ເມືອງທີຂຶ້ນກັບສາຂານະຄອນຫຼວງ1 ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ຈັດຂຶ້ນເພື່ອສະຫຼຸບຕີລາຄາຄືນວຽກງານການສະໜອງໄຟຟ້າໃນໄລຍະຜ່ານມາ, ໂດຍສະເພາະແມ່ນການປັບປຸງແກ້ໄຂທຸກເຂດທີ່ມີບັນຫາໄຟດັບ – ໄຟມອດໂດຍແນໃສ່ການວາງແຜນປັບປຸງໂຄງລ່າງເຕັກນິກ ແລະ ການຈັດຕັ້ງບຸກຄະລາກອນໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ຍັງໄດ້ໂອ້ລົມ ຊີ້ນຳບັນດາໜ້າວຽກທີ່ສຳຄັນ ດັ່ງນີ້:

1. ວຽກງານເຕັກນິກ ແລະ ການປັບປຸງຕາຂ່າຍ: ການແກ້ໄຂບັນຫາໄຟຟ້າຂັດຂ້ອງ, ມອບໃຫ້ພາກສ່ວນເຕັກນິກເລັ່ງກວດກາ ແລະ ແກ້ໄຂຈຸດທີ່ມີຄວາມສ່ຽງ ໂດຍສະເພາະແມ່ນການປ້ອງກັນນ້ຳເຂົ້າອຸປະກອນ ແລະ ການແກ້ໄຂບັນຫາສາຍໄຟທີ່ເກົ່າແກ່ ຫຼື ຊຸດໂຊມ, ການຫັນເປັນທັນສະໄໝ: ຊີ້ນຳໃຫ້ກວດກາລະບົບ LBS (Load Break Switch) ທີ່ຕິດຕັ້ງແລ້ວ ຖ້າຈຸດໃດບໍ່ສາມາດສັ່ງການທາງໄກ (Remote) ໄດ້ ແມ່ນໃຫ້ເລັ່ງປັບປຸງ ຫຼື ປ່ຽນໃໝ່ ເພື່ອໃຫ້ສາມາດຄຸ້ມຄອງລະບົບຜ່ານສູນ SCADA ໄດ້ຢ່າງມີປະສິດທິພາບ. ການນຳໃຊ້ວັດສະດຸ: ສຳລັບສາຍໄຟປະເພດ “ສາຍພັນ” ທີ່ຍັງຄ້າງສາງ ແມ່ນມອບໃຫ້ຈັດສັນໄປນຳໃຊ້ໃນເຂດນອກເມືອງທີ່ມີໂຫຼດ (Load) ບໍ່ສູງ ເພື່ອຫຼຸດຜ່ອນບັນຫາເຕັກນິກໃນເຂດຕົວເມືອງ, 2. ວຽກງານບໍລິຫານຈັດການ ແລະ ບຸກຄະລາກອນ, ການປັບປຸງກົງຈັກ: ໃຫ້ມີການແຍກໜ່ວຍງານໃຫ້ຊັດເຈນ ເຊັ່ນ: ໜ່ວຍງານ Hotline ແລະ ໜ່ວຍງານສ້ອມແປງໄຟທາງ ເພື່ອໃຫ້ການເຮັດວຽກມີຄວາມຄ່ອງຕົວ ແລະ ບໍ່ຊ້ຳຊ້ອນ, ການພັດທະນາບຸກຄະລາກອນ: ມອບໃຫ້ມີການຈັດ Workshop ຫຼື ຝຶກອົບຮົມພະນັກງານຮຸ່ນໃໝ່ ໃຫ້ມີຄວາມຮູ້ຄວາມສາມາດໃນການນຳໃຊ້ອຸປະກອນທີ່ທັນສະໄໝ ແລະ ລະບົບໃໝ່ໆ ເຊັ່ນ: ລະບົບໂຊລາເຊວ (Solar Rooftop), 3. ວຽກງານທຸລະກິດ ແລະ ການບໍລິການລູກຄ້າ, ການແຈ້ງໄຟມອດ: ຕ້ອງປະຕິບັດຕາມສັນຍາຢ່າງເຂັ້ມງວດ ໂດຍສະເພາະການແຈ້ງໃຫ້ລູກຄ້າລາຍໃຫຍ່ (ເຊັ່ນ: ໂຮງແຮມ) ຊາບລ່ວງໜ້າຢ່າງໜ້ອຍ 2 ວັນ ກ່ອນຈະມີການມອດໄຟເພື່ອສ້ອມແປງ, ການປັບປຸງການສື່ສານ: ໃຫ້ປັບປຸງລະບົບສາຍດ່ວນ 1199 ແລະ ເພີ່ມຊ່ອງທາງການຕິດຕໍ່ຜ່ານເບີໂທລະສັບໂດຍກົງຂອງແຕ່ລະເຂດເມືອງ ເພື່ອໃຫ້ສາມາດຮັບຂໍ້ມູນ ແລະ ແກ້ໄຂບັນຫາໃຫ້ລູກຄ້າໄດ້ທັນການ, 4. ວຽກງານແຜນການ ແລະ ງົບປະມານ: ໃຫ້ເລັ່ງດຳເນີນໂຄງການປັບປຸງຕາຂ່າຍຕ່າງໆ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະວຽກເລັ່ງດ່ວນທີ່ຈະຕ້ອງໃຫ້ສຳເລັດໃນເດືອນມິຖຸນາ (ເດືອນ 6) ນີ້, ການຄຸ້ມຄອງອຸປະກອນ: ໃຫ້ກວດກາຄືນແຜນການຈັດຊື້ໝໍ້ນັບໄຟ (Meters) ໂດຍໃຫ້ບຸລິມະສິດປະເພດທີ່ຂາດແຄນ ແລະ ຈຳເປັນແທ້ໆ ເພື່ອບໍ່ໃຫ້ກະທົບຕໍ່ລາຍຮັບຂອງສາຂາ.

ກອງປະຊຸມໄດ້ປິດລົງດ້ວຍການເນັ້ນໜັກໃຫ້ທຸກພາກສ່ວນເພີ່ມທະວີຄວາມຮັບຜິດຊອບ, ຫັນເປັນທັນສະໄໝ ແລະ ຮັບປະກັນການບໍລິການໄຟຟ້າໃຫ້ມີສະຖຽນລະພາບ 100% ເພື່ອຮັບໃຊ້ສັງຄົມ ແລະ ການພັດທະນາເສດຖະກິດ.

(ແຫຼ່ງຂ່າວ: EDL LAOS)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments