Homeຂ່າວພາຍໃນທົບທວນຄືນ ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ

ທົບທວນຄືນ ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ

ກົມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມທົບທວນຄືນກາງສະໄໝ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ ໄລຍະ II ໃນວັນທີ 18 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທ່ານ ເຄັນນິຈິ ນິຊິກະວະ ຊາເວສ ຫົວໜ້າທີມອາວຸໂສ ດ້ານເສດຖະກິດຂອງທະນາຄານໂລກ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຕາງໜ້າກົມ, ກະຊວງທີ່ກ່ຽວຂ້ອງ, ຊ່ຽວຊານຈາກທະນາຄານໂລກ ແລະ ຫ້ອງການປະສານງານໂຄງການເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອທົບທວນຄືນ ແລະ ປະເມີນຄວາມຄືບໜ້າ ໂດຍລວມ ໃນການຈັດຕັ້ງປະຕິບັດໂຄງການ ແລະ ເພື່ອປຶກສາຫາລືກ່ຽວກັບບົດຮຽນ, ອຸປະສັກທີ່ຈໍາເປັນຕ້ອງມີການປັບປຸງ ແກ້ໄຂ ແນໃສ່ເຮັດໃຫ້ໂຄງການສາມາດຈັດຕັ້ງປະຕິບັດໄດ້ຮັບຜົນສຳເລັດ ເພື່ອທົບທວນການປະຕິບັດຕາມຂໍ້ກໍານົດທາງກົດໝາຍ, ການເງິນ, ສິ່ງແວດລ້ອມ ແລະ ສັງຄົມ; ເພື່ອກຳນົດບັນຫາທີ່ສຳຄັນ ແລະ ຕົກລົງເຫັນດີຮ່ວມກັນກ່ຽວກັບມາດຕະການໃນການແກ້ໄຂ ຊຶ່ງຕິດພັນກັບແຕ່ລະກະຊວງທີ່ກ່ຽວຂ້ອງ.

ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ ໄລຍະ II ທີ່ຈັດຕັ້ງປະຕິບັດໂດຍ ກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ ມີຈຸດປະສົງຫລັກໃນການຍົກລະດັບຊີວິດການເປັນຢູ່, ປັບປຸງດ້ານສຸຂະພາບ ແລະ ໂພຊະນາການ ໂດຍຜ່ານ “ການໃຫ້ເງິນອຸດໜູນແບບມີເງື່ອນໄຂ” ໃຫ້ແກ່ຄອບຄົວທຸກຍາກ ໂດຍອີງໃສ່ດຳລັດ 348/ລບ ແລະ ຜົນການປະເມີນຄະແນນ Proxy Means Test (PMT) ແຕ່ 50% ລົງມາ ແນໃສ່ກຸ່ມເປົ້າໝາຍຫລັກຄື: ແມ່ຍິງຖືພາ ແລະ ເດັກນ້ອຍລຸ່ມ 2 ປີ (ຫລື ເດັກໃນໄລຍະ 1.000 ວັນທຳອິດຂອງຊີວິດ) ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ໂພຊະນາການທີ່ດີ.

ຂໍ້ມູນ-ພາບ: ຂ່າວສານກະສິກຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments