Home ຂ່າວຕ່າງປະເທດ ເສັ້ນເລືອດດີຈີຕອນ ເພີ່ມທະວີຄວາມສາມາດຟື້ນຟູໃນໂລກແຫ່ງການເຊື່ອມຕໍ່

ເສັ້ນເລືອດດີຈີຕອນ ເພີ່ມທະວີຄວາມສາມາດຟື້ນຟູໃນໂລກແຫ່ງການເຊື່ອມຕໍ່

0

ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນ​ທີ 17 ພຶດ​ສະ​ພາ ແມ່ນ​ວັນໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ສັງ​ຄົມ​ຂ່າວ​ສານ​ໂລກ. ເນື່ອງ​ໃນ​ໂອ​ກາດ ​ສະ​ເຫລີມ​ສະຫລອງວັນ​ນີ້, ປີ​ນີ້, ສະ​ຫະ​ພັນ ໂທ​ລະ​ຄົມ​ມະ​ນາ​ຄົມ ສາ​ກົນ (ITU) ໄດ້​ເລືອກ​ເອົາ​ຫົວ​ຂໍ້ “ເສັ້ນ​ເລືອດ​ດີ​ຈີ​ຕອນ ເພີ່ມ​ທະ​ວີ ​ຄວາມ​ສາ​ມາດ​ຟື້ນ​ຟູ​ໃນ​ໂລກ ​ແຫ່ງ​ການ​ເຊື່ອມ​ຕໍ່”. ສານ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ​ໂລກ​ ພວມ​ກ້າວ​ເຂົ້​າ​ສູ່​ ໄລ​ຍະ​ເອື່ອຍ​ອີ່ງ​ ໃສ່​ເຕັກ​ໂນ​ໂລ​ຊີ ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (AI) ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.ໃນ​ຊຸມ​ປີ​ມໍ່ໆ​ນີ້, ໂລກ​ ໄດ້​ເຫັນ​ປະ​ຈັກ​ຕາຫລາຍ​ເຫດ​ການ​ ບຸກ​ໂຈມ​ຕີ ​ທາງ​ອິນ​ເຕີ​ເນັດ ​ເຮັດ​ໃຫ້​​ຢຸດ​ຕິ ການຢູ່ເຮັດ​ວຽກໂຮງ​ໝໍ​, ການ​ເຄື່ອນ​ໄຫວ ​ຢູ່ສະ​ໜາມ​ບິນ​ ຂາດ​ວັກ​ຂາດ​ຕອນ​ ຫື ລະ​ບົບ​ໄຟ​ຟ້າ​ແຫ່ງ​ຊາດ​ ຖືກ​ຜົນ​ສະ​ທ້ອນ ​ຢ່າງ​ຮ້າຍ​ແຮງ. ເພາະ​ສະ​ນັ້ນ, “ຄວາມ​ສາ​ມາດ​ ໃນ​ການ​ຟື້ນ​ຟູ” ພວມ​ກາຍ​ເປັນ​ຄວາມ​ຮຽກ​ຮ້ອງ ຫລັກ​ແຫລ່ງ​ ຂອງ​ພື້​ນ​ຖານ​ໂຄງ​ລ່າງ​ ດີ​ຈີ​ຕອນ​ລຸ້ນ​ໃໝ່. ໃນ​ໂລກ​ແຫ່ງ​ການ​ເຊື່ອມ​ຕໍ່ ​ຢ່າງ​ເລິກ​ເຊິ່ງ​ຄື​ໃນ​ປັດ​ຈຸ​ບັນ, ການ​ປົກ​ປ້ອງເສັ້ນ​ເລືອດ​ດີ​ຈີ​ຕອນ ບໍ່​ພຽງ​ແຕ່​ແມ່ນ​ການ​ປົກ​ປ້ອງ ອິນ​ເຕີ​ເນັດ ຫລື ຂໍ້​ມູນ​ເທົ່າ​ນັ້ນ ​ຫາກ​ຍັງ​ແມ່ນ ​ການ​ປົກ​ປ້ອງ​ການ​ເຄື່ອນ​ໄຫວ ​ທີ່​ເປັນ​ປົກ​ກະ​ຕິ​ຂອງ​ທົ່ວ​ສັງ​ຄົມ​ອີກ​ດ້ວຍ.ຕໍ່ໜ້າ​ທ່າ​ອ່ຽງ​ທົ່ວ​ໂລກ​ນັ້ນ, ສສ ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ໝູ​ນ​ໃຊ້ AI ໃນ​ການ​ພັດ​ທະ​ນາ ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ ດີ​ຈີ​ຕອນ​ແຫ່ງ​ຊາດ. ດ້ວຍ​ໂຄງ​ການ​ຫັນ​ເປັນ​ ດີ​ຈີ​ຕອນ​ແຫ່ງ​ຊາດ ແລະ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ AI, ມີຫລາຍ​ວິ​ສາ​ຫ​ະ​ກິດ ເຕັກ​ໂນ​ໂລ​ຢຊີໃຫຍ່​ຂອງ ສສ ຫວຽດ​ນາມ ພວມ​ຄ່ອຍ​ໆ​ຫັ​ນ​ປ່ຽນ​ ຈາກ​ບໍ​ລິ​ສັດ​ສະ​ໜອງ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ມະ​ນາ​ຄົມ ​ແບບ​ເກົ່າ ມາ​ເປັນ​ບໍ​ລິ​ສັດ ​ສະ​ໜອງ​ພື້ນ​ຖານ​ດີ​ຈີ​ຕອນ ແລະ ເຕັກ​ໂນ​ໂລ​ຊີ ອັດ​ສະ​ລິ​ຍະ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version