ວິທະຍຸ-ໂທລະພາບ ສູນກາງຈີນ,ໃນກອງປະຊຸມຖະແຫລງຂ່າວ ທີ່ຫ້ອງການຖະແຫລງຂ່າວ ລັດຖະບານຈີນ ຈັດຂຶ້ນ ໃນວັນທີ 18 ພຶດສະພານີ້, ໂຄສົກຈາກອົງການສະຖິຕິແຫ່ງຊາດຈີນ ໃຫ້ຮູ້ວ່າ: 4 ເດືອນຕົ້ນປີ 2026, ສປ ຈີນ ໄດ້ດໍາເນີນນະໂຍບາຍເສດຖະກິດມະຫາພາກ ທີ່ຕັ້ງໜ້າກວ່າເກົ່າ ໂດຍໄດ້ສຸມໃສ່ຮັບປະກັນການສະໜອງໂອກາດສ້າງວຽກເຮັດງານທຳ ທີ່ໝັ້ນທ່ຽງ, ຮັບປະກັນໃຫ້ວິສາຫະກິດດໍາເດີນທຸລະກິດຢ່າງໝັ້ນທ່ຽງ, ຮັບປະກັນໃຫ້ຕະຫລາດມີຄວາມໝັ້ນທ່ຽງ ແລະ ຮັບປະກັນ ການຄາດຄະເນ ຕໍ່ການເຕີບໂຕ ຂອງເສດຖະກິດ ທີ່ໝັ້ນທ່ຽງ, ເຮັດໃຫ້ເສດຖະກິດແຫ່ງຊາດຈີນ ສາມາດຮັກສາທ່າອ່ຽງຂະຫຍາຍຕົວ ທີ່ມີຄວາມຄືບໜ້າທ່າມກາງ ຄວາມໝັ້ນທ່ຽງ. ສະເພາະ 4 ເດືອນຕົ້ນປີ 2026, ມູນຄ່າເພີ່ມ ຂອງອຸດສາຫະກໍາຂະໜາດໃຫຍ່ຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025, ດັດຊະນີການຜະລິດ ຂອງຂະແໜງການບໍລິການທົ່ວປະເທດ ເພີ່ມ ຂຶ້ນ 4,9%, ຍອດມູນຄ່າການຄ້າຂາຍຍ່ອຍສິນຄ້າບໍລິໂພກທົ່ວສັງຄົມ ມີຫລາຍກວ່າ 16.494 ຕື້ຢວນ ເພີ່ມຂຶ້ນ 1,9%, ຂະນະທີ່ ຍອດມູນຄ່າການນໍາເຂົ້າ-ສົ່ງອອກຂອງສິນຄ້າ ມີຫລາຍກວ່າ 16.225 ຕື້ຢວນ, ເພີ່ມຂຶ້ນ 14,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

