Home ຂ່າວຕ່າງປະເທດ ສປ ຈີນ-ສ.ອາເມລິກາ-ສະຫະລັດ ອາຣັບ ເອມີເຣດ ຮ່ວມກັນປາບປາມອາຊະຍາກຳຫລອກລວງທາງໂທລະຄົມ

ສປ ຈີນ-ສ.ອາເມລິກາ-ສະຫະລັດ ອາຣັບ ເອມີເຣດ ຮ່ວມກັນປາບປາມອາຊະຍາກຳຫລອກລວງທາງໂທລະຄົມ

0

ວິທະຍຸ-ໂທລະພາບ ສູນກາງຈີນ, ແຫລ່ງຂ່າວຈາກກະຊວງປ້ອງກັນຄວາມສະຫງົບຈີນ ແຈ້ງໃຫ້ຮູ້ ໃນວັນທີ 17 ພຶດສະພານີ້ວ່າ: ເຈົ້າໜ້າທີ່ຕໍາຫລວດຈາກ ສປ ຈີນ, ສ.ອາເມ ຣິກາ ແລະ ສະຫະລັດອາຣັບເອມີເຣດ ໄດ້ຮ່ວມມືກັນປະຕິບັດກົດໝາຍສາກົນເປັນເທື່ອທໍາອິດ ໂດຍໄດ້ຮ່ວມກັນ​ປາບ​ປາມອາ​ຊະ​ຍາ​ກຳ​ລອກ​ລວງທາງ​ໂທ​ລະ​ຄົມຢູ່ນະຄອນດູໄບ ຂອງສະຫະລັດ ອາຣັບ ເອມີເຣດ ເຊິ່ງສາມາດມ້າງກຸ່ມຫລອກ​ລວງ ​ທາງ​ໂທ​ລະ​ຄົມໄດ້ 9 ຈຸດ ແລະ ຈັບກຸມຜູ້ຕ້ອງຫາໄດ້ 276 ຄົນ. ເຈົ້າໜ້າທີ່ກະຊວງປ້ອງກັນ ຄວາມສະຫງົບຈີນ ໃຫ້ຮູ້ວ່າ: ການເຄື່ອນໄຫວປາບປາມ​ອາ​ຊະ​ຍາ​ກຳຮ່ວມຄັ້ງນີ້ ເປັນຜົນສໍາເລັດສໍາຄັນ ຂອງເຈົ້າໜ້າທີ່ຕໍາຫລວດຈີນ ໃນການດໍາເນີນການຮ່ວມມື ດ້ານການປະຕິບັດກົດໝາຍສາກົນ. ເຈົ້າໜ້າທີ່ຕໍາຫລວດຈີນ ຈະລົງເລິກການຮ່ວມມື ທີ່ຕິດແທດຕົວຈິງກັບປະເທດຕ່າງໆ ຫລາຍຂຶ້ນກວ່າເກົ່າ ໂດຍຈະດໍາເນີນການເຄື່ອນໄຫວປາບປາມຮ່ວມ, ເດັດດ່ຽວປາບປາມ ກຸ່ມຫລອກ​ລວງ ທາງ​ໂທ​ລະ​ຄົມ ແລະ ຈັບກຸມຜູ້ຕ້ອງຫາທີ່ກ່ຽວຂ້ອງ ກັບອາ​ຊະ​ຍາ​ກຳ​ຫລອກ​ລວງ​ ທາງ​ໂທ​ລະ​ຄົມ ຢ່າງສຸດຄວາມສາມາດ ເພື່ອປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳ ຕາມກົດໝາຍຂອງປະຊາຊົນ ໃນທຸກປະເທດຢ່າງແທ້ຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version