ວິທະຍຸກະຈາຍສຽງຫວຽດນາມ, ເນື່ອງໃນໂອກາດສະເຫລີມສະຫລອງ 136 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2026), ວັນທີ 17 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດ, ປະທານປະເທດ ຫວຽດນາມ ໄດ້ມີບົດຂຽນສຳຄັນດ້ວຍຫົວຂໍ້ : ແສງສະຫວ່າງ ໂຮ່ຈີມິນ ເຍືອງທາງໃຫ້ພວກເຮົາເດີນ. ບົດຂຽນບໍ່ພຽງແຕ່ ແມ່ນຄຳສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີ ຂອງປະທານ ໂຮ່ຈີມິນ ເທົ່ານັ້ນ, ຫາກຍັງແມ່ນສານການເມືອງ ຢ່າງແຮງກ່ຽວກັບ ການໝູນໃຊ້ແນວຄິດ ໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງອີກດ້ວຍ ເພື່ອນຳປະເທດຊາດ ກ້າວເຂົ້າສູ່ສັງກາດໃໝ່ ສັງກາດບຸກບືນຂອງຊາດ ຫວຽດນາມ. ໃນບົດຂຽນ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ວັນທີ 19 ພຶດສະພາ 2026 ແມ່ນວັນສະເຫລີມສະຫລອງ 136 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ໃນຈຸດເວລາ ທີ່ມີຄວາມໝາຍພິເສດ. ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກໄດ້ປະສົບຜົນສຳເລັດ ຢ່າງຟົດຟຶ້ນ, ກຳນົດບັນດາການກຳນົດທິດ ຍຸດທະສາດ ນຳປະເທດກ້າວເຂົ້າສູ່ງສັງກາດໃໝ່. ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນ ທຸກຂັ້ນອາຍຸການ2026–2031 ໄດ້ເປີດພາຍພາກໜ້າໃໝ່. ໃນຂະນະທີ່, ລະບົບການເມືອງ ພວມເຄື່ອນໄຫວ ຕາມຮູບແບບຈັດຕັ້ງໃໝ່ເທື່ອລະກ້າວ, ກະທັດລັດກວ່າ, ລຸ້ລວງກວ່າ, ຮຽກຮ້ອງ ຕ້ອງການປະສິດທິຜົນ, ປະສິດທິຜົນສູງກວ່າ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ: ກອງະຊຸມໃຫຍ່ ສະໄໝທີ XIV ຂອງພັກ ແມ່ນຂີດໝາຍສຳຄັນທີ່ສຸດໃນວິວັດແຫ່ງການພັດທະນາ ຂອງປະເທດຊາດ. ບັນດາການກຳນົດທິດ ຍຸດທະສາດ ຂອງກອງປະຊຸມໃຫຍ່ນັ້ນ ແມ່ນການສືບທອດ, ໝູນໃຊ້ ແລະ ພັດທະນາແນວຄິດ ປະທານໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ ໃນເງື່ອນໄຂປະຫວັດສາດໃໝ່.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

