Homeຂ່າວຕ່າງປະເທດນາຍົກລັດຖະມົນຕີໄທ ອອກຄຳສັ່ງໃຫ້ສືບສວນຢ່າງລະອຽດກ່ຽວກັບອຸບັດຕິເຫດລົດໄຟຕຳກັບລົດໂດຍສານ

ນາຍົກລັດຖະມົນຕີໄທ ອອກຄຳສັ່ງໃຫ້ສືບສວນຢ່າງລະອຽດກ່ຽວກັບອຸບັດຕິເຫດລົດໄຟຕຳກັບລົດໂດຍສານ

ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ ໄດ້ອອກຄຳສັ່ງໃຫ້ມີການສືບສວນຢ່າງລະອຽດ ກ່ຽວກັບສາເຫດການເກີດອຸບັດຕິເຫດ ລົດໄຟຕຳກັບ ລົດໂດຍສານທີ່ນະຄອນຫລວງບາງກອກຂອງໄທ ແລະ ຮຽກຮ້ອງໃຫ້ມີການລະດົມກຳລັງຢ່າງເຕັມທີ່ເພື່ອຊ່ວຍເຫລືອຜູ້ບາດເຈັບ. ຈຸດຂ້າມທາງລົດໄຟແຫ່ງໜຶ່ງ ໃນນະຄອນຫລວງບາງກອກຂອງໄທ ໄດ້ເກີດອຸບັດຕິເຫດທາງຈະລາຈອນ ເນື່ອງຈາກມີລົດໄຟບັນທຸກສິນຄ້າທີ່ແລ່ນມາຈາກ ແຂວງສະເຊີງເຊົາມຸ່ງໜ້າໄປຫາສະຖານີບາງຊື່ ທີ່ນະຄອນຫລວງບາງກອກ, ໄດ້ຕຳກັບລົດໂດຍສານຄັນໜຶ່ງເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ ແລະ ບາດເຈັບອີກ 32 ຄົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments