ສຳນັກຂ່າວອິນໂຟເຄວສ, ສຳນັກງານສະຖິຕິແຫ່ງຊາດ ນູແວນເຊລັງ (Stats NZ) ລາຍງານວ່າ: ລາຄານໍ້າມັນເຊື້ອໄຟໃນ ນູແວນເຊລັງ ຍັງສືບຕໍ່ ປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ ໃນເດືອນເມສາ ຜ່ານມາ.
ໂດຍລາຄານໍ້າມັນແອັດຊັງ ປັບຕົວຂຶ້ນ 12,6% , ນໍ້າມັນກະຊວນ ເພີ່ມຂຶ້ນ 36,6% ໃນນເດືອນເມສາ ເມື່ອທຽບກັບເດືອນມີນາ. ນັບແຕ່ ເດືອນກຸມພາ ລາຄານໍ້າມັນ ແອັດຊັງ ເພີ່ມຂຶ້ນ 33,6% ແລະ ລາຄານໍ້າມັນກະຊວນ ກໍເພີ່ມຂຶ້ນ ເກືອບເທົ່າຕົວ ຫລື 94,9%. ເມື່ອທຽບເປັນລາຍປີ ລາຄານໍ້າມັນແອັດຊັງ ເພີ່ມຂຶ້ນ 30,1% ແລະ ລາຄານໍ້າມັນກະຊວນ ເພີ່ມຂຶ້ນ 91,3% ໃນເດືອນເມສາ, ຊຶ່ງສະແດງໃຫ້ເຫັນແຮງກົດດັນຢ່າງຕໍ່ເນື່ອງຕໍ່ຕົ້ນທຶນດ້ານພະລັງງານ.
ສ່ວນລາຄາໄຟຟ້າ ແລະ ແກັສປັບຕົວສູງຂຶ້ນ ໂດຍຄ່າໄຟເພີ່ມຂຶ້ນ 2,4% ແລະ ຄ່າແກັສເພີ່ມຂຶ້ນ 0,3% ເທື່ອທຽບກັບ ເດືອນກ່ອນໜ້າ. ໃນຂະນະດຽວກັນ ລາຄາອາຫານ ກໍ່ປັບຕົວສູງຂຶ້ນ 2,6% ເມື່ອທຽບລາຍປີ ສາເຫດຫລັກມາຈາກລາຄາຊິ້ນສັດ ແລະ ອາຫານສຳເລັດຮູບ ທີ່ປັບເພີ່ມຂຶ້ນ.

