ສຳນັກຂ່າວອິນໂຟເຄວສ: ສະຫະນະຄອນເອເມເຣັດ ອາຣັບ (UAE) ພວມເລັ່ງເພີ່ມສັກກາຍະພາບການສົ່ງອອກນໍ້າມັນດີບ ເປັນສອງເທົ່າ, ດ້ວຍການຫລຸດການເພິ່ງພາຊ່ອງແຄບຮໍມຸດ, ປັດຈຸບັນ ຍັງຢູ່ພາຍໃຕ້ອິດທິພົນ ຂອງອີຣານ, ໃນຂະະນະທີ່ ສົງຄາມ ລະຫວ່າງ ອີຣານ ກັບສ.ອາເມລິກາ ຍັງຄົງເພີ່ມຄວາມສ່ຽງຕໍ່ວິກິດພະລັງງານໂລກ. ໂດຍບໍລິສັດນໍ້າມັນແຫ່ງຊາດ ຢູເອອີ (ADNOC) ພວມເລັ່ງຂະຫຍາຍຂິດຄວາມສາມາດ ຂອງ ທ່າກຳປັ່ນຟູໄຈຣາ ບໍລິເວນອ່າວ, ໂດຍຖະແຫລງການລະບຸວ່າ ຢູເອອີ ຕ້ອງການເລັ່ງກໍ່ສ້າງທໍ່ສົ່ງນໍ້າມັນເພື່ອເພີ່ມສັກກາຍະພາບການສົ່ງອອກນໍ້າມັນດີບເປັນສອງເທົ່າ ໃນປີ 2027. ປັດຈຸບັນ ADNOC ມີທໍ່ສົ່ງນໍ້າມັນຈາກແຫລ່ງຜະລິດໄປຍັງທ່າກຳປັ່ນຟູໄຈຣາ ຊຶ່ງຮອງຮັບ ການຂົນສົ່ງໄດ້ ປະມານ 1,5 ລ້ານຖັງຕໍ່ວັນ, ແຕ່ຍັງຕໍ່າກວ່າ ເຄີ່ງໜຶ່ງ ຂອງ ກຳລັງການສົ່ງອອກ ທັງໝົດຂອງບໍລິສັດ.
ຢູເອອີອີ ເລັ່ງສ້າງທໍ່ສົ່ງນໍ້າມັນ ເພື່ອເພີ່ມການສົ່ງອອກສອງເທົ່າ
RELATED ARTICLES

