Homeຂ່າວຕ່າງປະເທດເພີ່ມທະວີການຕິດຕາມກວດກາ ຕໍ່ຄວາມສ່ຽງ ເກີດພະຍາດອີໂບລາ

ເພີ່ມທະວີການຕິດຕາມກວດກາ ຕໍ່ຄວາມສ່ຽງ ເກີດພະຍາດອີໂບລາ

ວິທະຍຸກະຈາຍສຽງຫວຽດນາມ, ອົງ​ການ​​ອະ​ນາ​ໄມ​ໂລກ (WHO) ກຳ​ນົດພະຍາດ​ລະ​ບາດໄຂ້​ເລືອດ​ອອກ​ໂດຍໄວ​ຣັດ Ebola (ເອີ້ນ​ຫຍໍ້​ວ່າ ພະ​ຍາດອີໂບລາ) ໂດຍ​ເຊື້ອ​ໄວ​ຣັດ Ebola ສາຍ Bundibugyo ຢູ່ ສ.ກົງ​ໂກ ແລະ ອູ​ການ​ນາ ແມ່ນ​ເຫດ​ການ​ ການ​ແພດ​ສາ​ທາ​ລະ​ນະ​ແບບ​ສຸກ​ເສີນ ທີ່​ກໍ່​ຄວາມ​ວິ​ຕົກ ​ກັງ​ວົນ​ຕໍ່​ສາ​ກົນ. ນີ້​ແມ່ນ​ຄຳ​ກ່າວ​ເຕືອນ​​ທາງ​ການ​ແພດ​ ທີ່​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ ​ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ, ກວດ​ພົບໂດຍ​ໄວ ແລະ ກະ​ກຽມ​ການ​ຮັບ​ມື, ເຖິງ​ຢ່າງ​ໃດ​ກໍ​ຕາມບໍ່​ໝາຍ​ຄວາມ​ວ່າພະ​ຍາດ​ໄດ້​ແຜ່​ລາມ​ອອກ​ສູ່ວົງ​ກວ້າງ​ໃນ​ທົ່ວ​ໂລກ​ແລ້ວ. ຕາມ​ຂໍ້​ມູນ​ຈາກ WHO ແລ້ວ, ໄລ່​ຮອດກາງເດືອນພຶດ​ສະ​ພາ 2026, ຢູ່​ສ.ກົງ​ໂກ ໄດ້​ຢັ້ງ​ຢືນ​ມີ 8 ກໍ​ລະ​ນີ​ ຕິດ​ພະ​ຍາດທີ່​ໄດ້​ຢັ້ງ​ຢືນ​ດ້ວຍ​ການ​ວິ​ໄຈ, 246 ກໍ​ລະ​ນີ​ສົງ​ໄສ​ຕິດ​ເຊື້ອ ແລະ 80 ກໍ​ລະ​ນີ​ເສຍ​ຊີ​ວິ​ດ ​ສົງ​ໄສ​ກ່ຽວ​ຂ້ອງ​ພະ​ຍາດ ຢູ່ແຂວງ Ituri. ຢູ່​ອຸ​ຕານ​ດາ, ໄດ້​ຢັ້ງ​ຢືນ 2 ກໍ​ລະ​ນີ​ຕິດ​ເຊືອ​ພະ​ຍາດ ​ທີ່​ໄດ້​ຢັ້ງ​ຢືນ​ດ້ວຍ​ການ​ວິ​ໄຈ, ໃນ​ນັ້ນ​ມີກໍ​ລະ​ນີ​ໜຶ່ງ ​ເສຍ​ຊີ​ວິດ​ຢູ່ Kampala, ທັງ​ສອງ​ກໍ​ລະ​ນີ​ລ້ວນ​ແຕ່​ແມ່ນຄົນ​ເດີນ​ທາງ​ມາ​ຈາກກົງ​ໂກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments