Homeສຶກສາທີມ “Computer Science NUOL” ຄວ້າລາງວັນທີ 3 ເວທີ Huawei ICT Competition APAC 2026...

ທີມ “Computer Science NUOL” ຄວ້າລາງວັນທີ 3 ເວທີ Huawei ICT Competition APAC 2026 ສ້າງຊື່ສຽງໃຫ້ແກ່ ສປປ ລາວ

ຖືເປັນອີກໜຶ່ງຄວາມພາກພູມໃຈຂອງວົງການການສຶກສາລາວ ເມື່ອທີມຕົວແທນຈາກພາກວິຊາວິທະຍາສາດຄອມພິວເຕີ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ສາມາດຄວ້າ “ລາງວັນທີ 3” ຈາກການແຂ່ງຂັນ Huawei ICT Competition APAC 2026 ທີ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ.

ເວທີນີ້ເປັນການແຂ່ງຂັນລະດັບອາຊີ-ປາຊີຟິກ ທີ່ຮວບຮວມນັກສຶກສາດ້ານ ICT ຈາກຫຼາຍປະເທດ ໂດຍທີມຈາກ ມຊ ເປັນ “ທີມດຽວຈາກ ສປປ ລາວ” ທີ່ໄດ້ເປັນຕົວແທນປະເທດເຂົ້າຮ່ວມ ສະທ້ອນໃຫ້ເຫັນເຖິງສັກກະຍະພາບ ແລະ ຄຸນນະພາບການສຶກສາ ICT ຂອງລາວທີ່ກ້າວສູ່ລະດັບສາກົນ ມີອາຈານທີ່ປຶກສາ: ປອ ຄຳຫຼ້າ ນົນອາລິນສະຫວັດ ສະມາຊິກທີມ: ທ້າວ ມັກມີພົນ ໄຊຊະນະ ທ້າວ ເພັດນິນ ພົງຍາລັກ ແລະ ທ້າວ ສີຣິສັກ ສີປະສົງ.

ຄວາມສຳເລັດໃນຄັ້ງນີ້ ບໍ່ພຽງແຕ່ນຳຄວາມພາກພູມໃຈມາສູ່ສະຖາບັນ ແລະ ປະເທດຊາດ ແຕ່ຍັງເປັນໂອກາດໃຫ້ນັກສຶກສາລາວໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການກັບນານາຊາດ ເພື່ອນຳມາພັດທະນາຕົນເອງ ແລະ ປະເທດຊາດໃນອະນາຄົດ.

ຂໍຮ່ວມສະແດງຄວາມຍິນດີ ແລະ ສົ່ງແຮງໃຈໃຫ້ທີມ “Computer Science NUOL” ທີ່ໄດ້ນຳຊື່ສຽງຂອງລາວສູ່ເວທີສາກົນ.

ຂ່າວ: ສສກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments