ໃນວັນທີ 15 ພຶດສະພາຜ່ານມາ, ທີ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ສປປ ລາວ-ສປ ຈີນ ໄດ້ມີພິທີມອບ-ຮັບຜູ້ຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ ( ຄໍເຊັນເຕີ) ສັນຊາດຈີນ ຈຳນວນ 79 ຄົນ ຍິງ 2 ຄົນ ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍ່ແກ້ວ ສປປ ລາວ ແລະ ເຈົ້າໜ້າທີ່ ສປ ຈີນ ເພື່ອໄປດໍາເນີນຄະດີຕາມລະບຽບກົດໝາຍຂອງ ສປ ຈີນ.

ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບຜູ້ຖືກຫາຢ່າງເປັນທາງການ ຊຶ່ງຕາງໜ້າຝ່າຍລາວ ໂດຍທ່ານ ພັທ ສອນເພັດ ຟອງສະໝຸດ ຫົວໜ້າພະແນກຕຳຫຼວດກວດຄົນເຂົ້າອອກເມືອງ ປກສ ແຂວງບໍ່ແກ້ວ ໂດຍມີຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມ.
ຂ່າວ: ປກສ ແຂວງບໍ່ແກ້ວ

