ເກີດເຫດສຸດສະຫຼົດໃຈ ແລະ ບໍ່ຄາດຄິດ… ໄປບໍ່ຮອດຈຸດໝາຍປາຍທາງ ເມື່ອແມ່ຍິງຄົນລາວ ເສຍຊີວິດກະທັນຫັນເທິງລົດເມ ຂະນະເດີນທາງຈາກປະເທດໄທ ເພື່ອມຸ່ງໜ້າກັບຄືນສູ່ ສປປ ລາວ ໂດຍປ່ອຍໃຫ້ລູກຊາຍອາຍຸພຽງ 5 ປີ ຕ້ອງຜະເຊີນໂລກຕາມລຳພັງ.
ສໍານັກຂ່າວ CIA ປະເທດໄທ ລາຍງານ ວ່າ: ເຫດການນີ້ເກີດຂຶ້ນໃນວັນທີ 16 ພຶດສະພາ 2026, ເຈົ້າໜ້າທີ່ຕຳຫຼວດ ສພ. ເມືອງມຸກດາຫານ ໄດ້ຮັບແຈ້ງເຫດມີຜູ້ເສຍຊີວິດຢູ່ເທິງລົດທົວໂດຍສານ ສາຍກຣຸງເທບ-ມຸກດາຫານ ທີ່ຈອດຢູ່ບໍລິເວນສະຖານີຂົນສົ່ງຜູ້ໂດຍສານຈັງຫວັດມຸກດາຫານ (ບຂສ. ມຸກດາຫານ).
ຈາກການກວດສອບຢູ່ບໍລິເວນບ່ອນນັ່ງດ້ານທ້າຍລົດ ພົບສົບຂອງ ນາງ ພອນ ພັນທິລາດ ອາຍຸ 29 ປີ, ເປັນຄົນແຂວງສະຫວັນນະເຂດ ນອນເສຍຊີວິດຢູ່ເທິງພື້ນລົດ ໃນບໍລິເວນໃກ້ມີຕຸກນ້ຳ, ຖົງເຂົ້າໜົມ ແລະ ສິ່ງຂອງສ່ວນຕົວ. ນອກຈາກນີ້ ຍັງພົບຢາປະຈຳຕົວຢູ່ພາຍໃນກະເປົາ. ເຈົ້າໜ້າທີ່ຄາດວ່າເສຍຊີວິດມາແລ້ວບໍ່ຕ່ຳກວ່າ 2 ຊົ່ວໂມງ.
ຈາກການສອບຖາມພະນັກງານຂັບລົດ ແລະ ຜູ້ໂດຍສານຮ່ວມທາງ ເປີດເຜີຍວ່າ: ຜູ້ເສຍຊີວິດໄດ້ເດີນທາງມາຈາກສະຖານີໝໍຊິດ (ກຣຸງເທບ) ພ້ອມກັບລູກຊາຍອາຍຸ 5 ປີ ເພື່ອຈະເດີນທາງກັບບ້ານທີ່ ສປປ ລາວ. ໃນລະຫວ່າງເດີນທາງ ຜູ້ເສຍຊີວິດມີອາການອ່ອນເພຍຢ່າງເຫັນໄດ້ຊັດເຈນ ແລະ ບອກວ່າເຈັບທ້ອງ. ກ່ອນຈະຮອດປາຍທາງ ຜູ້ເສຍຊີວິດໄດ້ລຸກໄປເຂົ້າຫ້ອງນ້ຳຢູ່ທ້າຍລົດ ແລະ ເມື່ອຍ່າງອອກມາກໍບໍ່ມີແຮງ ລົມໂຕລົງນອນຢູ່ພື້ນ. ໃນຕອນທຳອິດຜູ້ໂດຍສານຄົນອື່ນຄິດວ່າລາວພັກຜ່ອນຍ້ອນອາການເມົາລົດ, ຈົນສັງເກດເຫັນວ່າ ລາວຢຸດຫາຍໃຈ ຈຶ່ງຟ້າວແຈ້ງຄົນຂັບລົດ.
ເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ນຳຮ່າງຜູ້ເສຍຊີວິດສົ່ງຊັນນະສູດຢ່າງລະອຽດຢູ່ໂຮງໝໍ ເພື່ອຫາຍາສາເຫດການເສຍຊີວິດທີ່ແທ້ຈິງ.
ພ້ອມດຽວກັນນັ້ນ ກໍໄດ້ປະສານງານກັບໜ່ວຍງານທີ່ກ່ຽວຂ້ອງ ເພື່ອເຂົ້າມາເບິ່ງແຍງຊ່ວຍເຫຼືອເດັກນ້ອຍ ແລະ ໄດ້ຕິດຕໍ່ຫາທາງຍາດພີ່ນ້ອງຢູ່ ສປປ ລາວ ໃຫ້ຮັບຊາບ.
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດຢ່າງສຸດຊຶ້ງ.
#ຊ່ວຍກັນແຊຣ໌ ເພື່ອໃຫ້ຂໍ້ມູນນີ້ໄປເຖິງຍາດພີ່ນ້ອງຢູ່ແຂວງສະຫວັນນະເຂດໂດຍໄວ.

