ວັນທີ 16 ພຶດສະພານີ້, ຫ້ອງການໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດ ຫຼື ສປຊ ຖະແຫຼງວ່າ: ທ່ານ ອັນໂຕນີໂອ ກູເຕີເລັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ສະແດງຄວາມຊົມເຊີຍຕໍ່ລີບັງ ແລະ ອິດສະຣາແອນ ທີ່ແກ່ຍາວເວລາຢຸດຍິງອອກໄປອີກ 45 ວັນ.
ໃນຖະແຫຼງຂອງຫ້ອງການດັ່ງກ່າວລະບຸວ່າ: ທ່ານ ອັນໂຕນີໂອ ກູເຕີເລັສ ກ່າວຢ້ຳວ່າ: ສປຊ ສະໜັບສະໜູນທຸກຄວາມພະຍາຍາມທີ່ມີຈຸດປະສົງເພື່ອສິ້ນສຸດການເຄື່ອນໄຫວທີ່ເປັນປໍລະປັກກັນ, ຫຼຸດຜ່ອນຄວາມທຸກທໍລະມານ ຂອງປະຊາຊົນທັງສອງ ຝາກຢູ່ເຂດຊາຍແດນລະຫວ່າງລີບັງ ແລະ ອິດສະຣາແອນ. ທ່ານ ກູເຕີເລັສ ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບ ແລະ ປະຕິບັດຕາມສັນຍາຢຸດຍິງຢ່າງເຕັມທີ່ ແລະ ປະຕິບັດຕາມພັນທະ ຂອງຕົນພາຍໃຕ້ກົດໝາຍສາກົນ. ສປຊ ສະໜັບສະໜູນຄວາມພະຍາຍາມທາງການທູດທັງໝົດເພື່ອຊຸກຍູ້ການຈັດຕັ້ງປະຕິບັດມະຕິເລກທີ່ 1701 ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຢ່າງຮອບດ້ານ.
ທີ່ມາ: CMG

