ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດໄດ້ແຈ້ງໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນເມສາປີນີ້, ການກໍ່ສ້າງທາງລົດໄຟໄດ້ຮັບການຊຸກຍູ້ຢ່າງມີປະສິດທິພາບ ແລະ ຄຸນນະພາບສູງ, ໄດ້ສຳເລັດການລົງທຶນໃນຊັບສິນຄົງທີ່ໃນລະບົບທາງລົດໄຟທົ່ວປະເທດ 200 ຕື້ 800 ລ້ານຢວນ, ເພີ່ມຂຶ້ນ 3.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ເສີມຂະຫຍາຍບົດບາດນຳໜ້າ ແລະ ຂະຫຍາຍຢ່າງມີປະສິດທິຜົນ, ທັງໄດ້ເພີ່ມພະລັງແຮງໃໝ່ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາເຂດແຄວ້ນ.
ຂ່າວລະບຸວ່າ: ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກພາກສ່ວນກໍ່ສ້າງທາງລົດໄຟຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ກ່າວວ່າ: ໃນຕໍ່ໄປ, ກຸ່ມບໍລິສັດດັ່ງກ່າວຈະຈັດຕັ້ງປະຕິບັດໜ້າທີ່ກໍ່ສ້າງໂຄງການສຳຄັນຂອງທາງລົດໄຟຕ່າງໆທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຢ່າງຮອບດ້ານ, ເລັ່ງລັດສ້າງຕາໜ່າງທາງລົດໄຟທີ່ທັນສະໄໝ ແລະ ນຳໜ້າໃນລະດັບໂລກ ເພື່ອໃຫ້ເປັນການຄ້ຳປະກັນທີ່ເຂັ້ມແຂງໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມທີ່ມີຄຸນນະພາບສູງຂອງຈີນ.

