Homeຂ່າວຕ່າງປະເທດWHO ປະກາດພາວະສຸກເສີນພະຍາດອີໂບລາ ໃນປະເທດກົງໂກ ແລະ ອູກັນດາ

WHO ປະກາດພາວະສຸກເສີນພະຍາດອີໂບລາ ໃນປະເທດກົງໂກ ແລະ ອູກັນດາ

ຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ໄດ້ປະກາດການລະບາດຂອງພະຍາດອີໂບລາໃນ ສາທາລະນະລັດ ປະຊາທິປະໄຕ ກົງໂກ ແລະ ອູກັນດາ ເປັນພາວະສຸກເສີນດ້ານສາທາລະນະສຸກທົ່ວໂລກ ໃນວັນທີ 17 ພຶດສະພາຜ່ານມາ, ຫຼັງຈາກມີລາຍງານຜູ້ເສຍຊີວິດທີ່ສົງໃສວ່າເປັນພະຍາດນີ້ຫຼາຍສິບຄົນ.

ສະຫະພາບ ອາຟຣິກາ ລາຍງານວ່າ: ມີຜູ້ເສຍຊີວິດທີ່ສົງໃສວ່າເປັນພະຍາດອີໂບລາ 87 ຄົນໃນແຂວງອິຕູຣີ ທາງພາກຕາເວັນອອກຂອງກົງໂກ, ໃນຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກອູກັນດາໄດ້ລາຍງານກ່ອນໜ້ານີ້ກ່ຽວກັບການເສຍຊີວິດຂອງຊາຍຊາວກົງໂກທີ່ຕິດເຊື້ອພະຍາດອີໂບລາ.

WHO ລະບຸໃນຖະແຫຼງຂ່າວວ່າ: ສະຖານະການໃນປັດຈຸບັນ “ຍັງບໍ່ທັນຕອບສະໜອງເງື່ອນໄຂສຳລັບພາວະສຸກເສີນດ້ານການລະບາດທົ່ວໂລກ,” ແຕ່ກໍລະນີຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນ ແລະ ການເສຍຊີວິດທີ່ມີອາການສອດຄ່ອງກັບສາຍພັນ Bundibugyo ໃນແຂວງອິຕູຣີ ສະແດງໃຫ້ເຫັນເຖິງທ່າອ່ຽງການລະບາດທີ່ຮ້າຍແຮງກວ່າທີ່ກວດພົບ ແລະ ລາຍງານໃນປັດຈຸບັນ, ໂດຍມີຄວາມສ່ຽງສູງຕໍ່ການແຜ່ລະບາດໃນທ້ອງຖິ່ນ ແລະ ພາກພື້ນ.

ໜັງສືພິມ Kyodo News ລາຍງານວ່າ: ການລະບາດໃນແຂວງອິຕູຣີ ໄດ້ເລີ່ມຕົ້ນໃນເດືອນເມສາ ຜ່ານມາ, ໂດຍຜົນການກວດໃນຫ້ອງທົດລອງລະບຸວ່າເປັນສາຍພັນ Bundibugyo ຊຶ່ງສູນຄວບຄຸມ ແລະ ປ້ອງກັນພະຍາດຂອງ ສະຫະລັດ ອາເມຣິກາ (CDC) ແລະ ອົງການແພດບໍ່ມີພົມແດນໄດ້ລະບຸວ່າເຊື້ອນີ້ຖືກຄົ້ນພົບຄັ້ງທຳອິດໃນອູກັນດາໃນປີ 2007 ແລະ ມີອັດຕາການເສຍຊີວິດປະມານ 25-40%.

WHO ລະບຸຕື່ມວ່າ: ປັດຈຸບັນຍັງບໍ່ການຢັ້ງຢືນວິທີການປິ່ນປົວ ຫຼື ວັກຊິນສຳລັບສາຍພັນ Bundibugyo. ປະເທດກົງໂກໄດ້ປະເຊີນກັບການລະບາດຂອງເຊື້ອອີໂບລາຫຼາຍຄັ້ງໃນອະດີດ, ໂດຍການລະບາດໃນພາກຕາເວັນອອກຂອງປະເທດລະຫວ່າງປີ 2018 ແລະ 2020 ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 2,200 ຄົນ ຊຶ່ງຄັ້ງນີ້ໄດ້ເຮັດໃຫ້ WHO ຕ້ອງປະກາດພາວະສຸກເສີນເຊັ່ນກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments