Home ຂ່າວການເມືອງ ຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ສຳເລັດການເຄື່ອນໄຫວສັນທະວະໄມຕີ ຢ່າງເປັນທາງການ ທີ່ຣາຊະອານາຈັກ ກຳປູເຈຍ

ຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ສຳເລັດການເຄື່ອນໄຫວສັນທະວະໄມຕີ ຢ່າງເປັນທາງການ ທີ່ຣາຊະອານາຈັກ ກຳປູເຈຍ

0

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ນຳໂດຍ ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມດ້ວຍຄະນະ ແລະ ການນຳແຂວງອັດຕະປື, ແຂວງຈໍາປາສັກ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສອງຝ່າຍ ທີ່ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-14 ພືດສະພາ 2026.

ການເຄື່ອນໄຫວສັນທະວະໄມຕີ ຣາຊະອານາຈັກກໍາປູເຈຍ ຂອງຄະນະຜູ້ແທນຂັ້ນສູງກະຊວງ ປກສ ລາວ ໃນຄັ້ງນີ້ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຄວາມສາມັກຄີທີ່ມີມາແຕ່ດົນນານ ໃຫ້ນັບມື້ແໜ້ນແຟ້ນ, ເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ກໍເພື່ອເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ທົບທວນຄືນບົດບັນທຶກການຮ່ວມມືສອງຝ່າຍລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ ທີ່ໄດ້ຮ່ວມກັນລົງນາມ ໃນໄລຍະຜ່ານມາ.

ຄະນະຜູ້ແທນ ທັງສອງຝ່າຍ, ໄດ້ພ້ອມກັນຕີລາຄາສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສະຫຼັບຊັບຊ້ອນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ ຕໍ່ລາວ ແລະ ກຳປູເຈຍ ແຕ່ເຖິງຢ່າງໃດກໍ່ຕາມ ພັກ-ລັດຖະບານລາວ ແລະ ກຳປູເຈຍເວົ້າລວມ ເວົ້າສະເພາະ ກໍຄື ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ຣາຊະອານາຈັກ ກຳປູເຈຍ ກໍນັບມື້ນັບເພີ່ມທະວີການພົວພັນຮ່ວມມືໃຫ້ແໜ້ນແຟ້ນເລິກເຊິ່ງຂຶ້ນກວ່າເກົ່າ ເພື່ອຕອບຕ້ານຄົນບໍ່ດີທີ່ຫວັງທຳລາຍມ້າງເພການພົວພັນຮ່ວມມືລະຫວ່າງສອງປະເທດ. ພ້ອມນັ້ນ, ຍັງໄດ້ຮ່ວມມືກັນສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ຕ່າງໆໃຫ້ຫຼຸດນ້ອຍລົງ.

ໃນໄລຍະ 1 ປີ ຜ່ານມາ,ກະຊວງປ້ອງກັນຄວາມສະ ຫງົບ ສປປ ລາວ ແລະ ກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ເປັນປົກກະຕິ, ໄດ້ຮ່ວມມືໃນຂົງເຂດວຽກງານວິຊາສະເພາະປ້ອງກັນຄວາມສະຫງົບທາງດ້ານການເມືອງ- ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມເຂດຊາຍ ແດນຕິດຈອດ ພົ້ນເດັ່ນແມ່ນການຮ່ວມມືກັນສະກັດກັ້ນຕ້ານປະກົດການຫຍໍ້ທໍ້ໃນສັງຄົມເຮັດໃຫ້ສອງປະເທດມີຄວາມສະຫງົບ ປະຊາຊົນໄປມາຫາສູ່ກັນຢ່າງມີຄວາມສະດວກສະບາຍ ແລະ ມີຄວາມປອດໄພ.

ສຳລັບທິດທາງແຜນການຮ່ວມມື ປະຈຳປີ 2026 ທັງສອງຝ່າຍໄດ້ເປັນເອກພະພາບຮ່ວມມືກັນໃນຫຼາຍຂົງເຂດຮັກສາຄວາມສະຫງົບ ເຊັ່ນ: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນ, ການຮ່ວມມືໃນການປ້ອງກັນສະກັດກັ້ນ ແລະ ປາບປາມອາຊະຍາກຳຂ້າມຊາຍແດນ, ການຮ່ວມມືອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງ ແລະ ຮັກສາຄວາມປອດໄພໃຫ້ແກ່ປະຊາຊົນຂອງສອງຊາດໃນເວລາເຄື່ອນໄຫວ ຢູ່ປະເທດຂອງຝ່າຍໃດຝ່າຍໜຶ່ງ, ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດຕາມຂອບເຂດຊາຍແດນ, ການຮ່ວມມືດ້ານວຽກງານຕ້ານການຄ້າມະນຸດ ແລະ ການຮ່ວມມືແລກປ່ຽນການຢ້ຽມຢາມຄະນະຜູ້ແທນດ້ວຍກັນ.

ໃນພິທີ, ກໍໄດ້ມີການລົງນາມບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ຝ່າຍກະຊວງ ປກສ, ສປປ ລາວ ລົງນາມໂດຍ ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ , ຝ່າຍກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ ລົງນາມໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ.

ພາຍຫຼັງສໍາເລັດກອງປະຊຸມ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ການນຳແຂວງອັດຕະປື, ແຂວງຈຳປາສັກ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດມະຫາບະວອນທິບໍດີ ຮຸ່ນ ມາເນັດ ນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກກຳປູເຈຍ. ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕາງໜ້າຄະນະ ລາຍງານຈຸດປະສົງໃນການເດີນທາງເຄື່ອນໄຫວຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ໃຫ້ ທ່ານນາຍົກລັດຖະມົນຕີ ໄດ້ຮັບຊາບ.

ຈາກນັ້ນ, ສົມເດັດມະຫາບະວອນທິບໍດີ ຮຸ່ນ ມາເນັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະນຳ ກະຊວງ ປກສ, ການນຳແຂວງອັດຕະປື, ແຂວງຈຳປາສັກ ທີ່ໄດ້ມາຢ້ຽມຢຽມ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍ ເວົ້າສະເພາະ ກໍແມ່ນການເຮັດວຽກຮ່ວມກັບກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ກໍໄດ້ເນັ້ນໃຫ້ສອງກຳລັງ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ລະຫວ່າງລາວ-ກຳປູເຈຍ ໃຫ້ໝັ້ນຄົງທະນົງແກ່ນ, ສືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ໃຫ້ເລິກເຊິ່ງກວ້າງຂວາງຂຶ້ນເພື່ອພັດທະນາສອງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງຮັບປະກັນໃຫ້ສອງປະເທດລາວ-ກຳປູເຈຍມີຄວາມສະຫງົບປອດໄພ ປະຊາຊົນສອງຊາດໄປມາຫາສູ່ກັນຢ່າງສະດວກສະບາຍ ສ້າງຄວາມເຂັ້ມແຂງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ໃນໂອກາດດັ່ງກ່າວ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າວາງພວງມາລາທີ່ອານຸສາວະລີເອກະລາດ ແລະ ໄດ້ສືບຕໍ່ວາງພວງມາລາທີ່ອານຸວະລີເຈົ້າ ນໍໂລດົມ ສີຫານຸ ເພື່ອເປັນການສະແດງຄວາມເຄົາລົບ ແລະ ໄຫວ້ອາໄລເຖິງດວງວິນຍານຂອງບັນພະບູລຸດ ກໍຄື ນັກຮົບຜູ້ທີ່ມີຄວາມອົງອາດກ້າຫານເສຍສະ ຫຼະຊີວິດ ເພື່ອປະເທດຊາດກຳປູເຈຍ ໃນໄລຍະຜ່ານມາ.

ພ້ອມນັ້ນ, ຄະນະດັ່ງກ່າວ ກໍໄດ້ເຂົ້າຢ້ຽມຢາມສະຖານທູດລາວ ປະຈໍາ ຣາຊະອານາຈັກກຳປູເຈ່ຍ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ໂດຍທ່ານ ສອນໄຊ ວັນຊະນະ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຣາຊະອານາຈັກກຳ ປູເຈຍ ພ້ອມດ້ວຍຄະນະ. ທ່ານເອກອັກຄະລັດຖະທູດ ໄດ້ລາຍງານສະພາບການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໃນໄລຍະທີ່ຜ່ານມາ ໃຫ້ທ່ານ ລມຕ ກະຊວງ ປກສ ລາວໄດ້ຮັບຊາບ.

ໂອກາດດັ່ງກ່າວ, ທ່ານ ລມຕ ກະຊວງ ປກສ ປະຊາຊົນລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານ ຜົນສຳເລັດທາງດ້ານວຽກງານການທູດທີ່ຜ່ານມາ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຄວາມສາມັກຄີທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນ,ເລິກເຊິ່ງ ແລະເກີດດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງສະແດງຄວາມຂອບໃຈທີ່ທ່ານເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ອຳນວຍຄວາມສະດວກທຸກຢ່າງ ໃນການເດີນທາງ ມາຢ້ຽມຢາມສັນທະວະໄມຕີ ຢູ່ຣາຊະອານາຈັກກຳປູເຈຍ ໃນຄັ້ງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version