ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ພຶດສະພານີ້ວ່າ: ສະຫະລັດ ອາຣັບ ເອມີເຣດ (UAE) ກຳລັງເລັ່ງຄວາມພະຍາຍາມເພື່ອເພີ່ມກຳລັງການສົ່ງອອກນ້ຳມັນດິບຂອງຕົນເປັນ 2 ເທົ່າ ໂດຍການຫຼຸດຜ່ອນການເພິ່ງພາອາໄສຊ່ອງແຄບຮໍມຸສ ຊຶ່ງປັດຈຸບັນຍັງຢູ່ພາຍໃຕ້ການຄວບຄຸມຂອງອີຣ່ານ ໃນຂະນະທີ່ສົງຄາມລະຫວ່າງອີຣານ ແລະ ສະຫະລັດ ອາເມຣິກາ ຍັງສືບຕໍ່ເພີ່ມຄວາມສ່ຽງຂອງວິກິດການພະລັງງານທົ່ວໂລກ.
ສື່ມວນຊົນຂອງ UAE ໄດ້ເປີດເຜີຍວ່າ: ບໍລິສັດນ້ຳມັນແຫ່ງຊາດອາບູ ດາບີ (ADNOC) ກຳລັງເລັ່ງການຂະຫຍາຍກຳລັງການຜະລິດຂອງທ່າເຮືອຟູໄຈຣາ ໃນອ່າວໂອມານ ຜ່ານການກໍ່ສ້າງທໍ່ສົ່ງນ້ຳມັນໃໝ່ເຊື່ອມເຂົ້າສູ່ທ່າເຮືອດັ່ງກ່າວ. ຖະແຫຼງການດັ່ງກ່າວຊີ້ໃຫ້ເຫັນວ່າ: UAE ມີຈຸດປະສົງເລັ່ງການກໍ່ສ້າງທໍ່ສົ່ງນໍ້າມັນ ເພື່ອເພີ່ມກຳລັງການສົ່ງອອກນ້ຳມັນດິບເປັນສອງເທົ່າພາຍໃນປີ 2027.
ປະຈຸບັນ, ADNOC ມີທໍ່ສົ່ງນ້ຳມັນຈາກແຫຼ່ງຜະລິດໄປຍັງທ່າເຮືອຟູໄຈຣາ, ໂດຍມີຄວາມສາມາດໃນການຂົນສົ່ງປະມານ 1.5 ລ້ານບາເຣວຕໍ່ມື້, ແຕ່ຍັງໜ້ອຍກວ່າເຄິ່ງໜຶ່ງຂອງກຳລັງການສົ່ງອອກທັງໝົດຂອງບໍລິສັດ. ກ່ອນໜ້ານີ້, ເມື່ອອີຣານຄວບຄຸມຊ່ອງແຄບຮໍມຸສໃນລະຫວ່າງການຂັດແຍ່ງກັບ ສະຫະລັດ ອາເມຣິກາ, ທ່າເຮືອຟູໄຈຣາ ມີບົດບາດສຳຄັນໃນການຮັບປະກັນວ່າ UAE ຍັງສາມາດສືບຕໍ່ສົ່ງອອກນ້ຳມັນດິບໄດ້. ທັງນີ້, ຊ່ອງແຄບຮໍມຸສ ເປັນເສັ້ນທາງຂົນສົ່ງທາງຍຸດທະສາດທີ່ຈັດການການຂົນສົ່ງນ້ຳມັນປະມານ ໜຶ່ງສ່ວນຫ້າຂອງໂລກ.
ທ່າມກາງຄວາມເຄັ່ງຕຶງທີ່ຍັງສົ່ງຜົນກະທົບຕໍ່ການຂົນສົ່ງໃນຊ່ອງແຄບຮໍມຸສ. ປັດຈຸບັນ, ມີພຽງແຕ່ UAE ແລະ ຊາອຸດິດ ອາຣັບບີ ທີ່ສາມາດສົ່ງອອກນ້ຳມັນໄດ້ໃນປະລິມານຫຼາຍຜ່ານເສັ້ນທາງທາງເລືອກ, ໃນຂະນະທີ່ບັນດາປະເທດອ່າວອາຣັບອື່ນໆເຊັ່ນ: ກູເວດ, ອີຣັກ, ກາຕາ ແລະ ບາເຣນ ຍັງຄົງອາໄສຊ່ອງແຄບຮໍມຸສເກືອບທັງໝົດໃນການຂົນສົ່ງນ້ຳມັນໄປສູ່ຕະຫຼາດໂລກ.
ການເລັ່ງກໍ່ສ້າງທໍ່ສົ່ງນ້ຳມັນຄັ້ງນີ້ຍັງເກີດຂຶ້ນພຽງແຕ່ສອງສາມເດືອນຫຼັງຈາກ UAE ໄດ້ຖອນຕົວອອກຈາກອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ຊຶ່ງເປັນການປູທາງໃຫ້ປະເທດສາມາດກຳນົດນະໂຍບາຍການຜະລິດ ແລະ ການສົ່ງອອກນ້ຳມັນຢ່າງອິດສະຫຼະຫຼາຍຂຶ້ນ. ຫຼັງຈາກໄດ້ຮັບອິດສະລະພາບແລ້ວ, UAE ມີແຜນທີ່ຈະເພີ່ມການຜະລິດ ແລະ ການສົ່ງອອກເພື່ອຕອບສະໜອງຄວາມຕ້ອງການນ້ຳມັນທົ່ວໂລກທີ່ເພີ່ມຂຶ້ນທີ່ເກີດຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ.

