Homeຂ່າວໜ້າໜຶ່ງປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ-ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ ແລະ ທາບທາມບຸກຄະລາກອນ ຮອບທີ III

ປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ-ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ ແລະ ທາບທາມບຸກຄະລາກອນ ຮອບທີ III

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດກອງປະຊຸມ ປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ ແລະ ທາບທາມບຸກຄະລາກອນ ທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI ຮອບທີ III ຈັດຂຶ້ນໃນວັນທີ 16 ພຶດສະພາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ມີຮອງຫົວໜ້າ ຄອສພ, ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍຜູ້ແທນສົມບູນ ອ້ອມຂ້າງ ຄອສພ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າ ຄອສພ ໄດ້ຜ່ານຮ່າງລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ໄດ້ປັບປຸງ ຕາມຄຳສະເໜີ ແລະ ການປະກອບຄຳຄິດຄຳເຫັນ ຂອງບັນດາຜູ້ແທນສົມບູນ ໃນຮອບທີ II ຜ່ານມາ ໃນຫລາຍບັນຫາສຳຄັນ ໂດຍສະເພາະແມ່ນຄຳຂວັນ, ບາງຄຳສັບ, ບາງເນື້ອໃນ ໃຫ້ມີຄວາມຮັດກຸມ ແລະ ຄົບຖ້ວນກວ່າເກົ່າ ເພື່ອເຮັດໃຫ້ຮ່າງລາຍງານການເມືອງ ສົມບູນ ເຕັມໄປດ້ວຍເນື້ອໃນທີ່ກະທັດຮັດ ສອດຄ່ອງກັບແນວທາງ, ນະໂຍບາຍທີ່ພັກ, ລັດ ວາງອອກ. ພ້ອມນີ້, ສະຫາຍ ຄຳກອງ ທຳມະເທວາ ຫົວໜ້າກົມອົບຮົມ ກໍໄດ້ຜ່ານຮ່າງແຜນພັດທະນາວຽກງານໂຄສະນາອົບຮົມເພື່ອໃຫ້ ບັນດາຜູ້ແທນສົມບູນ ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງລາຍງານການເມືອງດັ່ງກ່າວ.

ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນຊີ້ນຳ ເນັ້ນໃຫ້ຄະນະພັກ, ຜູ້ແທນສົມບູນ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມໃສ່ປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງ ດັ່ງກ່າວ ໂດຍສະເພາະແຜນພັດທະນາ ໃນ 5 ປີຕໍ່ໜ້າ ຈະສຸມໃສ່ຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານຈຸດສຸມໃດ ເພື່ອເຮັດໃຫ້ວຽກງານດ້ານຕ່າງໆ ພາຍໃນ ຄອສພ ຫັນໄປສູ່ຄວາມທັນສະໄໝ ແລະ ປະສົບຜົນສໍາເລັດ ຕາມຈຸດປະສົງຄາດໝາຍທີ່ວາງໄວ້ ແນໃສ່ເປັນທິດທາງ ເພື່ອນຳໄປສູ່ການປັບປຸງແກ້ໄຂ ເຮັດໃຫ້ຮ່າງບົດລາຍງານການເມືອງ ມີຄວາມຄົບຖ້ວນ, ສົມບູນ ເພື່ອນຳໄປລາຍງານ, ພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ທີ່ຈະຈັດຂຶ້ນໃນມໍ່ໆນີ້. ພ້ອມນີ້, ສະຫາຍ ຄຳພັນ ເຜີຍຍະວົງ ຍັງໄດ້ເນັ້ນໃຫ້ຜູ້ມີສິດເລືອກຕັ້ງ ມີຄວາມຮັບຜິດຊອບທາງດ້ານການເມືອງສູງ, ເລືອກເຟັ້ນເອົາບຸກຄະລາກອນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ມີຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ, ມີຄວາມເປັນແບບຢ່າງນຳໜ້າ, ເສຍສະລະທຸກສິ່ງຢ່າງເພື່ອສ່ວນລວມ, ຕົກລົງບັນຫາເປັນໝູ່ຄະນະ ປະຕິບັດລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ. ອັນສໍາຄັນ ຕ້ອງເລືອກເອົາບຸກຄະລາກອນ ທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI ໃຫ້ໄດ້ ທັງເພດຍິງ ແລະ ຊາຍ ແນໃສ່ຄັດເລືອກເອົາບຸກຄະລາກອນ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ທີ່ໄດ້ກຳນົດໄວ້.

ໃນກອງປະຊຸມ ສະຫາຍ ພູໂຂງ ພິລາເພັດ ຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ກໍໄດ້ຜ່ານມາດຖານເງື່ອນໄຂ ຜູ້ທີ່ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກ ສະໄໝທີ VI ຂອງອົງຄະນະພັກ ຄອສພ ຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີສິດລົງຄະແນນສຽງທາບທາມ ໄດ້ເຂົ້າໃຈມາດຖານເງື່ອນໄຂ ຂອງບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງ ແລະ ໄດ້ດຳເນີນການປ່ອນບັດຄັດເລືອກເອົາບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກ ສະໄໝທີ VI ຂອງອົງຄະນະພັກ ຄອສພ ຮອບທີ III ໂດຍມີຜູ້ລົງສະໝັກເລືອກຕັ້ງ ທັງໝົດ 25 ສະຫາຍ, ຍິງ 6 ສະຫາຍ.

ໃນຕອນທ້າຍກອງປະຊຸມ, ສະຫາຍ ຄຳພັນ ເຜີຍຍະວົງ ຍັງໄດ້ເນັ້ນໃຫ້ ບັນດາສະຫາຍ ໃນອະນຸກຳມະການເນື້ອໃນ ສືບຕໍ່ນຳເອົາຮ່າງລາຍງານການເມືອງ ໄປປັບປຸງຕາມການປະກອບຄຳຄິດຄຳເຫັນ ຂອງຜູ້ແທນສົມບູນ ເພື່ອເຮັດໃຫ້ຮ່າງລາຍງານການເມືອງຄົບຖ້ວນ, ສົມບູນ. ພ້ອມທັງໃຫ້ສືບຕໍ່ປຸງລະດົມຂະບວນການຕ່າງໆ ໃຫ້ແຂງແຮງ ເປັນຕົ້ນ ວຽກງານອະນາໄມ ແລະ ປະດັບປະດາ (ຕິດທຸງທິວ, ປ້າຍຄຳຂວັນ) ຕາມສຳນັກງານອົງການ ອ້ອມຂ້າງ ຄອສພ, ປຸກລະດົມການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານການເຄື່ອນ ໄຫວຂອງ ຄອສພ ໃນໄລຍະຜ່ານມາ, ໃຫ້ເປັນຂະບວນຟົດຟື້ນ, ປຸກລະດົມຂະບວນການສະແດງສິລະ-ປະວັນນະຄະ ດີ ແລະ ໃຫ້ສືບຕໍ່ເຮັດວຽກງານການເມືອງແນວຄິດ,

ເພີ່ມທະວີຄວາມສາມັກຄີປອງດອງ ເປັນປຶກແຜ່ນ, ພ້ອມທັງ ໃຫ້ຜູ້ແທນສົມບູນ ສືບຕໍ່ປະຕິບັດສິດ ແລະ ພັນທະຂອງຕົນ ກຽມຄວາມພ້ອມຮອບດ້ານ ປະກອບສ່ວນ ປະກອບຄຳຄິດຄຳເຫັນ ໃນກອງປະຊຸມໃຫຍ່ ໃຫ້ມີບັນຍາກາດອັນຄຶກຄື້ນ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments