ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ສາເຫດປາຕາຍ ລອຍຟູຕາມສາຍນໍ້າ ແຈ້ງເມືອງວຽງຄໍາ ແລະ ເມືອງໂພນໂຮງ ແຂວງວຽງຈັນ ຕົ້ນຕໍເກີດຈາກ ໂຄງການຟາມໝູແມ່ພັນ ແລະ ໝູພັນຊີ້ນ ຈ່າງເວີຍຊິງ ປ່ອຍນໍ້າເປື້ອນຂີ້ໝູ ອອກຈາກອ່າງພັກນໍ້າສຸດທ້າຍ ໂດຍບໍ່ມີການບໍາບັດທີ່ຖືກວິທີ. ເມື່ອເກີດຝົນຕົກໜັກ ເຮັດໃຫ້ນໍ້າດັ່ງກ່າວ ໂຮມໃສ່ນໍ້າຂີ້ໝູເກົ່າ ລົ້ນອ່າງໄຫລລົງ “ຫ້ວຍນໍ້າເຕົ່າ” ປ່ອງໃສ່ສາຍນໍ້າແຈ້ງ ໂດຍກົງ.
ວັນທີ 11 ພຶດສະພາ 2026 ທີ່ຜ່ານມານີ້, ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກກຊສ) ພ້ອມດ້ວຍ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງວຽງຈັນ, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງໂພນໂຮງ ແລະ ນາຍບ້ານ ບ້ານນໍ້າແຈ້ງ-ບ້ານນາໂພໃຕ້ ລົງກວດກາສະພາບປາຕາຍ ຢູ່ສາຍນໍ້າແຈ້ງ ເຂດເມືອງວຽງຄໍາ ແລະ ເມືອງໂພນໂຮງ ຜ່ານການລົງຕິດຕາມພ້ອມທັງເກັບເອົາຕົວຢ່າງນ້ຳໄປວິເຄາະວິໄຈແລ້ວ ບວກກັບການສຳພາດປະຊາຊົນໃນເຂດໃກ້ຄຽງ ສາມາດສະຫລຸບໄດ້ ດັ່ງນີ້:

ພາຍຫລັງທີ່ມີພະຍຸ ແລະ ຝົນຕົກໜັກ ໃນວັນທີ 7-8 ພຶດສະພາ 2026 ສັງເກດເຫັນວ່າ: ລຽບສາຍນໍ້າແຈ້ງ ນໍ້າເລີ່ມມີການປ່ຽນເປັນສີດໍາຂຸ່ນ ປົນຂີ້ຕະເລະ ແລະ ສົ່ງກິ່ນເໝັນ “ຮຸນແຮງ” ພົບເຫັນປາຕາຍ ລອຍຟູຕາມສາຍນໍ້າ ແລະ ປາກໍາລັງມອມນໍ້າ ເປັນຈໍານວນຫລວງຫລາຍ ຊື່ງໄຫລມາຈາກບ້ານນໍ້າແຈ້ງ ຜ່ານບ້ານນາໂພໃຕ້ (ຄຸ້ມນາຊາຍ) ເມືອງໂພນໂຮງ ແລະ ໄຫລລົງສູ່ນໍ້າພີນ ເມືອງວຽງຄໍາ.
ຜ່ານເກັບຂໍ້ມູນເບື່ອງຕົ້ນແລ້ວ ທາງທິມງານຈາກສູນກາງ ແລະ ທ້ອງຖິ່ນ ກໍໄດ້ລົງເກັບຕົວຢ່າງນ້ຳກັບທີ 3 ຈຸດ ຄື: ຈຸດທີ 1 ບ້ານໜອງຄວາຍ-ນາເຄືອ, ຈຸດທີ 2 ປາກນໍ້າພີນ, ຈຸດທີ່ 3 ຂົວນໍ້າແຈ້ງ ເພື່ອກວດກາຄ່າຄຸນນະພາບນໍ້າ ດັ່ງນີ້: ໃນວັນທີ 8 ພຶດສະພາ 2026 ເຫັນວ່າ: ຄ່າຄວາມເປັນກົດ-ດ່າງ (pH) (ຈຸດທີ 2: 11.778 ແລະ ຈຸດທີ 3: 9.072) ແມ່ນມີຄວາມເປັນດ່າງສູງເກີນເກນມາດຕະຖານຂອງສິ່ງແວດລ້ອມແຫ່ງຊາດ ກໍານົດໄວ້; ຄ່າອົກຊີເຈນທີ່ລະລາຍໃນນໍ້າ (DO) ຕໍ່າສຸດ 3.13mg/L ຊຶ່ງຕໍ່າກວ່າເກນມາດຕະຖານຂອງສິ່ງແວດລ້ອມແຫ່ງຊາດ ກໍານົດໄວ້. ສໍາລັບ ຄ່າຊັກນໍາກະແສໄຟຟ້າ (EC), ອຸນນະພູມນໍ້າ (Temp) ຢູ່ໃນເກນມາດຕະຖານຂອງສິ່ງແວດລ້ອມແຫ່ງຊາດ.

ໃນວັນທີ 11 ພຶດສະພາ 2026 ເຫັນວ່າ: ຈຸດທີ 2-3 ນໍ້າຍັງມີຄ່າຄວາມເປັນດ່າງສູງ; ຄ່າ DO ຕໍ່າກວ່າເກນມາດຕະຖານເຊັ່ນກັນ, ສຳລັບ ຄ່າ EC ແລະ Temp ຍັງຢູ່ໃນເກນມາດຕະຖານ. ຈາກການວິເຄາະເຫັນວ່າ ປາຕາຍນັ້ນ ຍ້ອນຄຸນນະພາບນໍ້າ ມີການປ່ຽນແປງ ເຮັດໃຫ້ຄ່າອົກຊີເຈນທີ່ລະລາຍໃນນໍ້າ (DO) ມີຄ່າຕໍ່າສຸດ 3.13 mg/L ອາດເກີດຈາກສານອິນຊີວັດຖຸເຈືອປົນໃນແຫລ່ງນໍ້າ ມີປະລິມານຫລາຍ ເຮັດໃຫ້ຈຸລິນຊີນໍາໃຊ້ O2 ເພື່ອການຍ່ອຍສະຫລາຍອີນຊີວັດຖຸໃນນໍ້າສູງ ເປັນສາເຫດໃຫ້ຄ່າ O2 ຫລຸດລົງ, ເປັນສັນຍານວ່າ ນ້ໍາເລີ່ມເນົ່າ ມີກິ່ນເໝັນ ເຮັດໃຫ້ປາ ແລະ ສັດນໍ້າຂາດອົກຊີແຊນ ໃນທີ່ສຸດ ແລະ ໃນນໍ້າມີຄ່າຄວາມເປັນດ່າງສູງ ບໍ່ເໝາະແກ່ການດໍາລົງຊີວິດຂອງສັດນໍ້າ, ເມື່ອ pH > 9-11 ຂຶ້ນໄປ, ທາດອາໂມນີຍັກທີ່ຢູ່ໃນນໍ້າ ຈະປ່ຽນເປັນ ອາໂມນີຍັກເປັນພິດ ເກີດເປັນ (NH3) ຊຶ່ງສົ່ງຜົນຕໍ່ການຈະເລີນເຕີບໂຕຂອງປາ ແລະ ສັດນໍ້າ ເມື່ອມີການສະສົມເປັນເວລາດົນ ຈະເຮັດໃຫ້ປາ ບໍ່ສາມາດຢູ່ລອດໃນນໍ້າໄດ້.

ພາຍຫລັງເຂົ້າສໍາຫລວດພື້ນທີ່ຕົວຈິງ ສາມາດບົ່ງຊີ້ແຫລ່ງກໍາເນີດ ແລະ ຮູ້ສາເຫດທີ່ໃກ້ຄຽງທີ່ສຸດ ຕົ້ນຕໍເກີດຈາກ ໂຄງການຟາມໝູແມ່ພັນ ແລະ ໝູພັນຊີ້ນ ຈ່າງເວີຍຊິງ ປ່ອຍນໍ້າເປື້ອນຂີ້ໝູ ອອກຈາກອ່າງພັກນໍ້າສຸດທ້າຍ ໂດຍບໍ່ມີການບໍາບັດທີ່ຖືກວິທີ. ເມື່ອເກີດຝົນຕົກໜັກ ເຮັດໃຫ້ນໍ້າດັ່ງກ່າວ ໂຮມໃສ່ນໍ້າຂີ້ໝູເກົ່າ ລົ້ນອ່າງໄຫລລົງ “ຫ້ວຍນໍ້າເຕົ່າ” ປ່ອງໃສ່ສາຍນໍ້າແຈ້ງ ໂດຍກົງ. ສະນັ້ນ, ເພື່ອສືບຕໍ່ແກ້ໄຂຜົນກະທົບທີ່ເກີດຂຶ້ນ, ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສົມທົບພາກສ່ວນກ່ຽວຂ້ອງ ດຳເນີນການ ດັ່ງນີ້: ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ສົມທົບພາກສ່ວນກ່ຽວຂ້ອງ “ແຈ້ງໂຈະຊົ່ວຄາວ” ການດຳເນີນກິດຈະການ ໂຄງການຟາມໝູແມ່ພັນ ແລະ ໝູພັນຊີ້ນ ຈ່າງເວີຍຊິງ ເພື່ອກວດຄືນການຄຸ້ມຄອງສິ່ງແວດລ້ອມຮອບດ້ານ ໃຫ້ມີຄວາມຮັບປະກັນ; ກວດຄືນໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ດຳເນີນກິດຈະການ ຢູ່ລຽບສາຍນໍ້າແຈ້ງ-ສາຍນໍ້າຕ່າງໆ, ປະເມີນຄວາມສ່ຽງດ້ານສິ່ງແວດລ້ອມ, ວາງແຜນແກ້ໄຂ ແລະ ຮັບມືຕໍ່ຜົນກະທົບແຕ່ຫົວທີ; ຕິດຕາມຄຸນນະພາບນໍ້າ-ເກັບຕົວຢ່າງເພີ່ມເຕີມ ເພື່ອເຮັດການວິໄຈ ເຊັ່ນ: ຄ່າ PO4-3-P, NO3-N, NH3-N, CODcr, TSS, SO4 ເປັນຕົ້ນ. ພ້ອມນີ້, ໄດ້ດຳເນີນການສືບສວນ-ສອບສວນ ຕໍ່ຜູ້ກະທຳຜິດ ທີ່ສ້າງຜົນເສຍຫາຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງຮັບຜິດຊອບແກ້ໄຂ ແລະ ຊົດເຊີຍຜົນກະທົບທີ່ເກີດຂຶ້ນ ຕາມລະບຽບກົດໝາຍ.

