Homeຂ່າວພາຍໃນປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍໃນບັ້ນກະກຽມ-ດຳເນີນການເປັນປະທານອາຊຽນ ຂອງລາວ ໃນປີ 2024

ປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍໃນບັ້ນກະກຽມ-ດຳເນີນການເປັນປະທານອາຊຽນ ຂອງລາວ ໃນປີ 2024

ໃນວັນທີ 15 ພຶດສະພາ 2026 ຢູ່ຫໍວັດທະນະທໍາແຫ່ງຊາດ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ (ວທ) ໄດ້ຈັດພິທີປະດັບຫລຽນໄຊ ແລະ ໃບຍ້ອງຍໍ ໃຫ້ຜູ້ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາ ເຂົ້າໃນບັ້ນກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ກໍຄື ການເປັນເຈົ້າພາບປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ. ໃນນັ້ນ, ປະກອບມີ ຫລຽນໄຊແຮງງານຊັ້ນ II ຈຳນວນ 341 ຫລຽນ, ຫລຽນໄຊແຮງງານຊັ້ນ III ຈໍານວນ 258 ຫລຽນ, ຫລຽນກາແຮງງານ 171 ຫລຽນ ແລະ ໃບຍ້ອງຍໍລັດຖະບານ 405 ໃບ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ ໄດ້ມີຄໍາເຫັນວ່າ: ເລີ່ມຕົ້ນປີ 2024 ກະຊວງຖະເເຫລງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ (ໃນເມື່ອກ່ອນ) ໄດ້ເປັນປະທານກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ໃນລະຫວ່າງວັນທີ 22-27 ມັງກອນ 2024 ຢູ່ນະຄອນຫລວງວຽງຈັນ, ຊຶ່ງເປັນເປັນກອງປະຊຸມຄັ້ງປະຖົມມະລືກ ໃນການເປັນປະທານອາຊຽນຂອງ ສປປ ລາວ, ຈາກນັ້ນ, ກະຊວງ ຖວທ ຍັງໄດ້ສືບຕໍ່ເປັນປະທານກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 31 ໃນລະຫວ່າງວັນທີ 22-26 ມີນາ 2024 ທີ່ ແຂວງຫລວງພະບາງ ແລະ ຄັ້ງທີ 32 ໃນລະຫວ່າງວັນທີ 23-27 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ ແລະ ບໍ່ສະເພາະ ແຕ່ກອງປະຊຸມລະດັບລັດຖະມົນຕີ ຍັງມີກອງປະຊຸມຂອງບັນດາເຈົ້າໜ້າທີອາວຸໂສເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ແລະ ກອງປະຊຸມເຈົ້າໜ້າທີອາວຸໂສທ່ອງທ່ຽວອາຊຽນ ທີ່ໄດ້ເຮັດໜ້າທີ່ໃນການຄົ້ນຄວ້າ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕາມລຳດັບ ແລະ ຂັ້ນຕອນຈົນປະສົບຜົນສຳເລັດຢ່າງຈົບງາມ. ນອກຈາກນີ້, ກະຊວງ ຖວທ ຍັງໄດ້ຖືກມອບໝາຍໃຫ້ຮັບຜິດຊອບວຽກງານຂອງ ອະນຸກໍາມະການໂຄສະນາເຜີຍແຜ່ວັດທະນະທໍາ ແລະ ຂ່າວສານ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ໂດຍແມ່ນກົມສືມວນຊົນ, ບັນດາສຳນັກໜັງສືພິມ, ໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດການເປັນສື່ມວນຊົນ ທີ່ຮັບຜິດຊອບເຄື່ອນໄຫວວຽກງານໂຄສະນາໃຫ້ແກ່ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໄດ້ຢ່າງກວ້າງຂວາງ ແລະ ເປັນລະບົບຕໍ່ເນື່ອງ, ເຮັດໃຫ້ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ບໍ່ມີຂ່າວຜິດພາດ.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ກ່າວອີກວ່າ: ການທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ບໍ່ແມ່ນພຽງແຕ່ການເຮັດໜ້າທີ່ຕາມວົງຈອນການເມືອງລະຫວ່າງປະເທດເທົ່ານັ້ນ, ແຕ່ມັນແມ່ນ ບົດທົດສອບຄວາມ ຮູ້, ຄວາມສາມາດ ແລະ ເປັນການເຊີດຊູກຽດສັກສີຂອງຊາດລາວ ໃນເວທີສາກົນ ແລະ ໃນທີ່ສຸດ ພວກເຮົາໄດ້ ພິສູດໃຫ້ໂລກເຫັນວ່າ ເຖິງວ່າພວກເຮົາຈະເປັນປະເທດນ້ອຍ ແຕ່ພວກເຮົາມີຄວາມມຸ່ງໝັ້ນ, ມີນໍ້າຈິດໜຶ່ງໃຈດຽວ, ມີຄວາມສະຖຽນລະພາບ ແລະ ຄວາມພ້ອມໃນການນຳພາພາກພື້ນໄປສູ່ຄວາມຈະເລີນ ແລະ ກ້າວໜ້າຕະຫລອດ ໄປ. ສະນັ້ນ, ຜົນສຳເລັດອັນສະຫງ່າງາມທີ່ພວກເຮົາໄດ້ຮັບໃນມື້ນີ້ ບໍ່ໄດ້ມາດ້ວຍຄວາມບັງເອີນ, ແຕ່ມັນແມ່ນໝາກ ຜົນຄວາມສໍາເລັດອັນໂດດເດັ່ນ ທັງດ້ານຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມເສຍສະລະ ແລະ ຄວາມເປັນມືອາຊີບ. ຍ້ອນພັກ-ລັດ ຂອງພວກເຮົາ ເຫັນໄດ້ເຖິງຄວາມສາມະຄີປອງດອງກັນ, ຄວາມເປັນເອກະພາບ ແລະ ເປົ້ໝາຍອັນດຽວກັນ ເພື່ອໃຫ້ກອງປະຊຸມດັ່ງກ່າວສຳເລັດຕາມຄາດໝາຍ ຈຶ່ງໄດ້ມອບໃຫ້ກະຊວງພາຍ (ໃນເມື່ອກ່ອນ) ອອກຄຳແນະນຳ ກ່ຽວກັບການສ້າງຂະບວນການແຂ່ງຂັນ ແລະ ຄັດເລືອກການຍ້ອງຍໍ ບັ້ນກະກຽມ ແລະ ດຳເນີນ ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ສະບັບເລກທີ 10/ພນ, ລົງວັນທີ 03 ພຶດສະພາ 2023; ກະຊວງ ວທ ຈຶ່ງໄດ້ຄົ້ນຄວ້າ ແລະ ສັງຮວມບັນຊີບຸກຄົນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານ ໃນໄລຍະການເປັນປະ ທານອາຊຽນ ຂອງ ສປປ ລາວ ປີ 2024 ຈົນສຳເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments