Homeຂ່າວໜ້າໜຶ່ງປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທູດອົດສະຕຣາລີ ປະຈໍາລາວ

ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທູດອົດສະຕຣາລີ ປະຈໍາລາວ

ເມື່ອບໍ່ດົນມານີ້, ທີ່ສຳນັກງານສູນກາງແນວລາວສ້າງຊາດ, ທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນາງ ເມແກນ ຈອນສ໌ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໂດຍ ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງການທູດ ຢູ່ ສປປ ລາວ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ອົດສະຕຣາລີ ທີ່ມີມາຢ່າງຍາວນານ.

ໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ການສະໜັບສະໜູນທຶນການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການຄ້າ, ການລົງທຶນ ແລະ ການຊ່ວຍເຫລືອລ້າເພື່ອການພັດທະນາ (ODA) ແລະ ການຊ່ວຍເຫລືອໃນຂະແໜງສາທາລະນະສຸກ; ໄດ້ປຶກສາຫາລືກ່ຽວກັບການຮ່ວມມືຂອງອົດສະຕຣາລີກັບອົງການຈັດຕັ້ງມະຫາຊົນ, ລວມທັງໂຄງການສະໜັບສະໜູນພໍ່ແມ່ຜູ້ປົກ ຄອງໂດຍຜ່ານສະຫະພັນແມ່ຍິງລາວ ແລະ ແນວລາວສ້າງຊາດ ຊຶ່ງໄດ້ເຂົ້າເຖິງປະຊາຊົນບ້ານຕ່າງໆ; ສອງຝ່າຍຍັງປຶກສາຫາລືກ່ຽວກັບການຮ່ວມມືໃນຂະແໜງສາທາລະນະສຸກ ແລະ ການສຶກສາ, ລວມທັງການສະໜັບສະໜູນດ້ານໂພຊະນາການ, ການສັກຢາປ້ອງກັນພະຍາດ, ການສອນພາສາໃຫ້ເດັກນ້ອຍຢູ່ເຂດຊົນນະບົດ ແລະ ອື່ນໆ.

ໃນໂອກາດນີ້ ທ່ານເອອັກຄະລັດຖະທຸດອົດສະຕຣາລີ ໄດ້ກ່າວສະແດງຄວາມ ຊົມເຊີຍຕໍ່ທ່ານ ປະທານ ສູນກາງແນວລາວສ້າງຊາດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນປະທານສູນກາງແນວລາວສ້າງຊາດ ແລະ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃຫ້ມີທ່າຂະຫຍາຍຕົວຂຶ້ນເລື້ອຍໆ, ພ້ອມທັງຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນຂອບການຮ່ວມມືອາຊຽນ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments