Homeຂ່າວກິລາປິດສາກລົງຢ່າງງົດງາມ ງານກິລາ "Coke ສາມັກຄີ 4 ໂຮງຮຽນ" ຄັ້ງທີ III ປະຈຳປີ 2026

ປິດສາກລົງຢ່າງງົດງາມ ງານກິລາ “Coke ສາມັກຄີ 4 ໂຮງຮຽນ” ຄັ້ງທີ III ປະຈຳປີ 2026

ງານກິລາ “Coke ສາມັກຄີ 4 ໂຮງຮຽນ” ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດ ແລະ ປິດສາກລົງຢ່າງຈົບງາມ ໃນວັນທີ 13-15 ພຶດສະພາ 2026, ທີ່ສະໝາມກິລາລ້ານຊ້າງສະເຕດ້ຽມ ນະຄອນຫລວງວຽງຈັນ ໂດຍມີທ່ານ ຄຳແກ້ວ ມະຫາໄຊ ຮອງປະທານຄະນະກຳມະການ ປົກຄອງເມືອງ ຫາດຊາຍຟອງ, ທ່ານ ສົມສີ ຫລວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນ ຫລວງວຽງຈັນ, ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ, ທ່ານ ພະສິນ ປັນດີ ຜູ້ຈັດການ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິ້ງ ຈຳກັດ. ຊຶ່ງງານກິລາຄັ້ງນີ້ ຈັດຂຶ້ນໂດຍການສະໜັບສະໜູນດ້ານງົບປະມານ ຈາກ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິ້ງຈຳກັດ.

ປີນີ້ຖືເປັນ ປີທີ III ທີ່ໄດ້ສ້າງເວທີແຫ່ງຄວາມຝັນ ແລະ ເປີດໂອກາດໃຫ້ນ້ອງໆນັກຮຽນໄດ້ສະແດງຄວາມສາມາດດ້ານກິລາຢ່າງເຕັມສ່ວນ. ຕະຫອດໄລຍະການແຂ່ງຂັນ ນ້ອງໆນັກກິລາທຸກຄົນໄດ້ສະແດງໃຫ້ເຫັນເຖິງ ຄວາມສາມັກຄີ ແລະ ສະກັດກັ້ນສິ່ງເສບຕິດ, ໃຊ້ເວລາວ່າງໃຫ້ເປັນປະໂຫຍດ, ຫ່າງໄກຈາກປາກົດການຫຍໍ້ທໍ້ໃນສັງຄົມ, ⁠ການພັດທະນາທັກສະ, ຍົກລະດັບລະບຽບວິໄນ ແລະ ສັກກາຍະພາບດ້ານກິລາໃຫ້ກ້າວໄກໄປອີກຂັ້ນ, ປູກຝັງຈິດສຳນຶກ “ຮູ້ຊະນະ, ຮູ້ເສຍ, ຮູ້ອະໄພ” ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່. ງານນີ້ບໍ່ພຽງແຕ່ເປັນການຊອກຫາຜູ້ຊະນະ, ແຕ່ເປັນການສ້າງຊັບພະຍາກອນມະນຸດ ທາງດ້ານວິທະຍາສາດການກິລາ ໃຫ້ມີຄວາມຍືນຍົງ, ສ້າງນັກກິລາດີເດັ່ນໃນອະນາຄົດ ແລະ ທີ່ສຳຄັນຄືການຮັດແໜ້ນຄວາມສາມັກຄີ ມິດຕະພາບລະຫວ່າງ 4 ໂຮງຮຽນ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ.

ສໍາລັບຜົນການແຂ່ງຂັນ ປະກອບມີ: ກິລາບານເຕະ ລາງວັນຊະນະເລີດ ແມ່ນ ໂຮງຮຽນ ມສ ມະຍຸລີ, ລາງວັນອັນດັບທີ 2 ໂຮງຮຽນ ມສ ເຄເອັນຊີ, ອັນດັບທີ 3 ໂຮງຮຽນ ມສ ສາລາຄຳ ແລະ ອັນດັບທີ 4 ໂຮງຮຽນ ມປ ບໍ່ໂອ; ກິລາດຶງເຊືອກ ລາງວັນຊະນະເລີດ ແມ່ນ ໂຮງຮຽນ ມສ ເຄເອັນຊີ, ອັນດັບທີ 2 ໂຮງຮຽນ ມສ ມະຍຸລີ, ອັນດັບທີ 3 ໂຮງ ຮຽນ ມສ ສາລາຄຳ ແລະ ອັນດັບທີ 4 ໂຮງຮຽນ ມປ ບໍ່ໂອ; ກິລາແລ່ນໄຖ່(ເປົາ): ລາງວັນຊະນະເລີດ ແມ່ນ ໂຮງຮຽນ ມສ ມະຍຸລີ, ອັນດັບທີ 2 ໂຮງຮຽນ ມສ ເຄເອັນຊີ, ອັນດັບທີ 3 ໂຮງຮຽນ ມສ ສາລາຄຳ ແລະ ອັນດັບທີ 4 ໂຮງຮຽນ ມປ ບໍ່ໂອ; ກິລາແລ່ນ 3 ຂາ ລາງວັນຊະນະເລີດ ແມ່ນ ໂຮງຮຽນ ມສ ມະຍຸລີ, ອັນດັບທີ 2 ໂຮງຮຽນ ມປ ບໍ່ໂອ, ອັນດັບທີ 3 ໂຮງຮຽນ ມສ ສາລາຄຳ ແລະ ອັນດັບທີ 4 ໂຮງຮຽນ ມສ ເຄເອັນຊີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments