ທ່ານ ໂດນັນ ທຣໍາ ປະທານາທິບໍດີສະຫະລັດອາເມຣິກາ ໄດ້ເດີນທາງໄປຢ້ຽມຢາມຈີນລະຫວ່າງວັນທີ 13-15 ພຶດສະພາ 2026 ຕາມການເຊື້ອເຊີນຂອງທ່ານ ສີຈິ້ນຜິງ, ປະທານປະເທດຈີນ. ນີ້ແມ່ນການຢ້ຽມຢາມຈີນອີກຄັ້ງໜຶ່ງຂອງປະທານາທິບໍດີສະຫະລັດອາເມຣິກາໃນຮອບເກືອບ 10 ປີ, ເປັນການຢ້ຽມຢາມທີ່ເກີດຂຶ້ນໃນທ່າມກາງທີ່ເສດຖະກິດໂລກກໍາລັງປະເຊີນກັບການເຕີບໂຕຊ້າລົງ, ຕ່ອງໂສ້ການສະໜອງຍັງຄົງຖືກກົດດັນ, ຄວາມເຄັ່ງຕຶງທາງພູມສາດການເມືອງຍັງມີຢູ່ ແລະ ເກີດຄວາມບໍ່ແນ່ນອນໃນຫຼາຍດ້ານ.
ບັນດານັກວິເຄາະ ແລະ ສື່ມວນຊົນໃນປະເທດຈີນ ແລະ ຕ່າງປະເທດຕ່າງວິເຄາະວ່າ: ການຢ້ຽມຢາມຄັ້ງນີ້, ສອງປະມຸກລັດຈີນ-ສະຫະລັດອາເມຣິກາ ໄດ້ປຶກສາຫາລືກັນໃນຫຼາຍບັນຫາເປັນຈຸດສຳຄັນຂອງການພົວພັນສອງຝ່າຍ ແລະ ຄວາມກັງວົນຂອງໂລກ, ນັບແຕ່ດ້ານເສດຖະກິດການຄ້າ, ເຕັກໂນໂຊີປັນຍາປະດິດ ຫຼື AI ຈົນເຖິງບັນຫາໄຕ້ຫວັນ, ອີຣານ ແລະອື່ນໆ.
ປະຊາຄົມໂລກໃຫ້ຄວາມສົນໃຈຢ່າງໃກ້ຊິດຕໍ່ການພົບປະເຈລະຈາລະຫວ່າງຈີນ-ສະຫະລັດອາເມຣິກາໃນຄັ້ງນີ້ ເພາະທັງສອງປະເທດບໍ່ພຽງແຕ່ມີບົດບາດສໍາຄັນທີ່ສຸດໃນດ້ານເສດຖະກິດ ແລະ ດ້ານການທະຫານຂອງໂລກ ເທົ່ານັ້ນ, ຍັງມີບົດບາດສໍາຄັນໃນການກໍານົດທິດທາງຂອງລະບຽບໂລກ ອີກດ້ວຍ. ຄວາມຄາດຫວັງຂອງໂລກຕໍ່ການເຈລະຈາດັ່ງກ່າວ ຈິ່ງບໍ່ໄດ້ຈໍາກັດຢູ່ພຽງແຕ່ຜົນປະໂຫຍດຂອງສອງປະເທດເທົ່ານັ້ນ, ຫາກກ່ຽວຂ້ອງໂດຍກົງຕໍ່ສະຖຽນລະພາບ, ເສດຖະກິດ ແລະ ຄວາມໝັ້ນຄົງຂອງໂລກ.
ບັນດານັກວິເຄາະຕ່າງມີຄວາມເຫັນຄ້າຍຄືກັນວ່າ: ໜຶ່ງໃນຄວາມຄາດຫວັງສໍາຄັນທີ່ສຸດແມ່ນການຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງປະເທດໃຫຍ່ ເພາະໃນຫຼາຍປີຜ່ານມາ ຄວາມເຄັງຕຶງດ້ານຄວາມສຳພັນລະຫວ່າງຈີນ-ສະຫະລັດອາເມຣິກາຍັງມີຢູ່, ທັງໃນດ້ານການຄ້າ, ດ້ານເຕັກໂນໂລຊີ, ບັນຫາໄຕ້ຫວັນ, ບັນຫາທະເລຈີນໃຕ້, ລວມທັງບັນດາມາດຕະການລົງໂທດທາງເສດຖະກິດ. ຄວາມເຄັ່ງຕຶງເຫຼົ່ານີ້ ເຮັດໃຫ້ຫຼາຍປະເທດມີຄວາມກັງວົນວ່າ ຖ້າຫາກສອງປະເທດປະເຊີນໜ້າກັນຮຸນແຮງຂຶ້ນອາດສົ່ງຜົນກະທົບຕໍ່ສັນຕິພາບ ແລະ ສະຖຽນພາບຂອງໂລກໂດຍກົງ. ດັ່ງນັ້ນ, ສິ່ງທີ່ປະຊາຄົມໂລກຄາດຫວັງຫຼາຍທີ່ສຸດ ຄື: ການຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ເປີດຊ່ອງທາງໃຫ້ການເຈລະຈາສາມາດດຳເນີນຕໍ່ໄປດ້ວຍຜົນສໍາເລັດ.
ໃນດ້ານເສດຖະກິດ, ໂລກກຳລັງຕ້ອງການສັນຍານທາງບວກຈາກສອງປະເທດໃຫຍ່ ເພາະຈີນ ແລະ ສະຫະລັດອາເມຣິກາ ຕ່າງມີຂະໜາດເສດຖະກິດໃຫຍ່ສຸດຂອງໂລກທີ່ມີບົດບາດຕໍ່ການຄ້າ, ການລົງທຶນ, ຕ່ອງໂສ້ການສະໜອງ ແລະ ຕະຫຼາດການເງິນທົ່ວໂລກ ໂດຍສະເພາະປະເທດກໍາລັງພັດທະນາທີ່ຕ້ອງເພິ່ງພາການສົ່ງອອກ ແລະ ເງິນລົງທຶນຈາກສອງປະເທດໃຫຍ່ນີ້. ນອກນີ້ ໄລຍະທີ່ຜ່ານມາ ມາດຕະການຂຶ້ນພາສີ ແລະ ຂໍ້ຈຳກັດດ້ານເຕັກໂນໂລຊີ ໄດ້ເຮັດໃຫ້ຕະຫຼາດການເງິນຜັນຜວນ ແລະ ຕົ້ນທຶນສິນຄ້າໃນທົ່ວໂລກສູງຂຶ້ນ. ປະຊາຄົມໂລກຫວັງວ່າ ຖ້າຫາກການພົບປະຂອງສອງປະມຸກລັດ ສາມາດນຳໄປສູ່ການຜ່ອນຄາຍດ້ານການຄ້າ ຫຼື ສົ່ງສັນຍານທາງບວກຕໍ່ພາກທຸລະກິດຈະຊ່ວຍສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນ ກໍຄື ເສດຖະກິດໂລກທີ່ກໍາລັງປະເຊີນກັບແຮງກົດດັນຈາກເງິນເຟີ້, ໜີ້ສາທາລະນະ ແລະ ຄວາມບໍ່ແນ່ນອນທາງພູມສາດການເມືອງໄດ້ດີຂຶ້ນກວ່າເກົ່າ.
ອີກບັນຫາສໍາຄັນໜຶ່ງ ແມ່ນການຮ່ວມມືແກ້ໄຂບັນຫາລະດັບໂລກ ຊຶ່ງປະເທດໃດໜຶ່ງບໍ່ສາມາດແກ້ໄດ້ພຽງລໍາພັງ ແລະ ບໍ່ສາມາດແກ້ໄຂໄດ້ຖ້າຂາດການມີສ່ວນຮ່ວມຈາກຈີນ ແລະ ສະຫະລັດອາເມຣິກາ. ບໍ່ວ່າຈະເປັນການປ່ຽນແປງຂອງສະພາບດິນຟ້າອາກາດ, ການຄຸ້ມຄອງປັນຍາປະດິດ (AI), ຄວາມປອດໄພທາງໄຊເບີ, ການຮັບມືກັບພະຍາດລະບາດ, ຄວາມໝັ້ນຄົງດ້ານພະລັງງານ, ສະບຽງອາຫານ ແລະອື່ນໆ. ຖ້າຫາກສອງປະເທດໃຫຍ່ສາມາດຕົກລົງທີ່ຈະຮ່ວມມືກັນໃນຂົງເຂດເຫຼົ່ານີ້ໄດ້ຫຼາຍກວ່າເກົ່າຈະເປັນຜົນດີຕໍ່ປະຊາຄົມໂລກໂດຍລວມ.
ປະຊາຄົມໂລກຍັງຄາດຫວັງວ່າ: ຈີນ ແລະ ສະຫະລັດອາເມຣິກາ ຈະສາມາດຕົກລົງກັນໄດ້ດ້ວຍດີໃນດ້ານຕ່າງໆ. ໂລກເຂົ້າໃຈດີວ່າ ຄວາມເຫັນທີ່ແຕກຕ່າງລະຫວ່າງສອງປະເທດໃຫຍ່ເປັນສິ່ງທີ່ຫຼີກລ່ຽງໄດ້ຍາກ, ແຕ່ສິ່ງສຳຄັນ ຄື: ການຄວບຄຸມຄວາມເຫັນທີ່ແຕກຕ່າງນັ້ນຕ້ອງບໍ່ໃຫ້ກາຍເປັນການປະທະກັນໂດຍກົງ ຫຼື ການແບ່ງເປັນສອງຂົ້ວຂອງໂລກຢ່າງຮຸນແຮງ ເພາະຫຼາຍປະເທດໂດຍສະເພາະບັນດາປະເທດກຳລັງພັດທະນາ ບໍ່ຕ້ອງການຖືກກົດດັນໃຫ້ເລືອກຂ້າງ, ແຕ່ຢາກຮັກສາຄວາມສຳພັນທີ່ດີກັບທັງສອງປະເທດໃຫຍ່ຂອງໂລກ.
ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ສໍາພາດຜູ້ຊ່ຽວຊານຫຼາຍທ່ານ ຊຶ່ງທຸກຄົນລ້ວນແຕ່ໃຫ້ທັດສະນະທີ່ຄ້າຍຄືກັນວ່າ: ການຮ່ວມມືທີ່ເລິກເຊິ່ງຂຶ້ນ ແລະ ມີສະຖຽນລະພາບລະຫວ່າງຈີນ-ສະຫະລັດອາເມຣິກາ ຈະສາມາດຊ່ວຍກະຕຸ້ນການຟື້ນຕົວຂອງເສດຖະກິດໂລກ, ຮັກສາສະຖຽນລະພາບຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ, ພ້ອມທັງຊ່ວຍຫຼຸດຜ່ອນຄວາມຜັນຜວນທາງການເງິນຂອງໂລກ. ພ້ອມນີ້, ຈີນ ແລະ ສະຫະລັດອາເມຣິກາ ທີ່ເຂັ້ມແຂງດ້ານເຕັກໂນໂລຊີ ແມ່ນມີຄວາມສາມາດສ້າງ “ຜົນປະໂຫຍດຮ່ວມ” ຜ່ານການຮ່ວມມືທີ່ເປັນຮູບປະທໍາ ເພື່ອສົ່ງເສີມການເຕີບໂຕຂອງເສດຖະກິດໂລກ ແລະ ຄວາມກ້າວໜ້າທາງວິທະຍາສາດ.
CGTN ຍັງໄດ້ຮ່ວມກັບມະຫາວິທະຍາໄລປະຊາຊົນຈີນ ສໍາຫຼວດຄວາມຄິດເຫັນຊາວເນັດທົ່ວໂລກຈຳນວນ 12.302 ຄົນໃນ 39 ປະເທດ ທີ່ເຂົ້າມາຕອບແບບສອບຖາມ ສະແດງໃຫ້ເຫັນວ່າ: ໂລກຕ້ອງການການພົວພັນຈີນ-ສະຫະລັດອາເມຣິກາທີ່ມີຄວາມຮັບຜິດຊອບຫຼາຍຂຶ້ນ. ໃນນີ້, ຜູ້ຕອບແບບສອບຖາມ 75% ເຫັນວ່າ: ການພົວພັນຈີນ-ສະຫະລັດອາເມຣິກາ ທີ່ມີຄວາມໝັ້ນທ່ຽງ ແລະ ປອດໃສ ແມ່ນມີຄວາມສຳຄັນຫຼາຍຕໍ່ປະຊາຄົມໂລກ, 78,3% ເຫັນວ່າ: ການພົວພັນຈີນ-ສະຫະລັດອາເມຣິກາ ມີຄວາມສໍາຄັນຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ, ພ້ອມທັງມີຄວາມໝາຍສໍາຄັນທີ່ຍິ່ງໃຫຍ່ຕໍ່ການຄ້າສາກົນ, ພູມສາດການເມືອງ ກໍຄື ລະບຽບສາກົນ, ຜູ້ຕອບແບບສອບຖາມເຫັນໂດຍທົ່ວໄປວ່າ: ຂໍພຽງແຕ່ສອງຝ່າຍຫັນໜ້າເຂົ້າຫາກັນ, ຍຶດໝັ້ນການເຄົາລົບເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແມ່ນສາມາດຊອກຫາວິທີແກ້ໄຂຄວາມກັງວົນຂອງກັນ ແລະ ກັນໄດ້.
ຜູ້ນຳຈີນໄດ້ກ່າວໃນຫຼາຍໆ ໂອກາດວ່າ: ຈີນ ແລະ ສະຫະລັດອາເມຣິກາ, ໃນຖານະເປັນສອງປະເທດໃຫຍ່, ສາມາດຮັບຜິດຊອບ ແລະ ເຮັດວຽກຮ່ວມກັນເພື່ອບັນລຸສິ່ງທີ່ຍິ່ງໃຫຍ່ ແລະ ເປັນຮູບປະທຳຫຼາຍຂຶ້ນເພື່ອຜົນປະໂຫຍດຂອງທັງສອງປະເທດ ແລະ ຂອງໂລກ.
ດັ່ງນັ້ນ, ປະຊາຄົມໂລກຈິ່ງຕິດຕາມ ແລະ ຄາດຫວັງຕໍ່ການພົບປະເຈລະຈາລະ ຫວ່າງປະມຸກລັດຈີນ-ສະຫະລັດອາເມຣິກາໃນຄັ້ງນີ້, ເພາະການຮັກສາຄວາມສຳພັນຈີນ-ສະຫະລັດອາເມຣິກາໃຫ້ມີສະຖຽນລະພາບ ກໍຄື ການເພີ່ມການສື່ສານ ແລະ ການຮັກສາຊ່ອງທາງເຈລະຈາ, ການຄວບຄຸມຄວາມແຕກຕ່າງຢ່າງຮອບຄອບ ແລະ ການຂະຫຍາຍການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ບໍ່ພຽງແຕ່ຈະນໍາເອົາຜົນປະໂຫຍດຕົວຈິງມາໃຫ້ສອງປະເທດຈີນ ແລະ ສະຫະລັດອາເມຣິກາເທົ່ານັ້ນ, ຍັງຈະຊ່ວຍສ້າງຜົນດີໃຫ້ແກ່ປະຊາຄົມໂລກທີ່ກຳລັງປະເຊີນໜ້າກັບຄວາມບໍ່ແນ່ນອນ ແລະ ການແຕກແຍກຫຼາຍຂຶ້ນ ອີກດ້ວຍ. ຂະນະດຽວກັນ ປະຊາຄົມໂລກ ເຊື່ອວ່າ: ຜົນການເຈລະຈາລະຫວ່າງສອງປະມຸກລັດຈີນ-ສະຫະລັດອາເມຣິກາ ໃນຄັ້ງນີ້ ອາດສົ່ງຜົນດີຕໍ່ທິດທາງຂອງເສດຖະກິດ, ການເມືອງ ແລະ ຄວາມໝັ້ນຄົງສາກົນໄປອີກຫຼາຍປີຕໍ່ໜ້າ.
ໂດຍ: BT, ວສລ

