ພາຍຫຼັງສໍາເລັດການຢ້ຽມຢາມ ພົບປະ ແລະ ເຮັດວຽກຢູ່ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ສະຫາຍ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ປະ ທານສະພາປະ ຊາຊົນນະຄອນຫຼວງວຽງວຽງຈັນ ກໍໄດ້ສືບຕໍ່ນໍາພາຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ເຂົ້າພົບປະ ແລະ ເຮັດວຽກກັບສະຫາຍ ເຈີ່ນ ຟອງ ກຳມະການສູນກາງພັກ ເລຂາພັກແຂວງແຄງຮວາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງແຂວງດັ່ງ ກ່າວ ວັນທີ 13-14ພຶດສະພາ 2026.
ໂອກາດນີ້ ສອງຝ່າຍກໍໄດ້ລາຍງານສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງຕົນ ໃຫ້ກັນຊາບ ເຊິ່ງໄລຍະຜ່ານມາ ເສດຖະກິດແຂວງແຄງຮວາ ຂະຫຍາຍຕົວບັນລຸ 8% ໂດຍການສຸມໃສ່ການພັດທະ ນາ 4 ເປົ້າໝາຍຍຸດທະສາດ ຄື: ອຸດສາ ຫະກຳ ພະລັງງານ ການທ່ອງທ່ຽວ-ການບໍລິການ ການ ກໍ່ສ້າງຕົວເມືອງ ໂດຍສະ ເພາະແມ່ນການພັດທະນາການທ່ອງ ທ່ຽວ ທີ່ເປັນເສດຖະກິດປາຍແຫຼມ ຂອງແຂວງ ການພັດທະນາພື້ນຖານໂຄງລ່າງທີ່ສວຍສົດງົດງາມ ການຈັດສັນພື້ນຖານແຄມ ທະເລ ສ່ວນນະຄອນຫຼວງວຽງຈັນ ເປັນສູນ ກາງດ້ານການເມືອງ ເສດຖະກິດ ແລະ ສັງ ຄົມ ມີເນື້ອທີ່ 3.920 ກິໂລຕາແມັດ ປະ ຊາກອນປະມານ 1,3 ລ້ານຄົນ ພື້ນຖານເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ປີ 2025 ຢູ່ລະດັບ 6,6% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 89.287,8 ຕື້ກີບ ສະເລ່ຍຮັບຕໍ່ຫົວຄົນບັນລຸ 85,17 ລ້ານກີບ ໂຄງປະກອບດ້ານເສດຖະກິດ ໄດ້ຫັນປ່ຽນໄປຕາມທິດທີ່ກຳນົດໄວ້ ໂດຍຂະແໜງອຸດສາຫະກຳ ກວມ 49% ຂະ ແໜງບໍລິການ ກວມ 38% ຂົງ ເຂດກະສິກຳ ເອົາ 13% ຂອງ GDP ປະຕິ ບັດລາຍຮັບໄດ້ລື່ນແຜນການ 5 ປີຊ້ອນ.

ສອງຝ່າຍ ໄດ້ລົງນາມຮ່ວມ ກັນ ໃນປີ 2024 ມາຮອດຈຸບັນສາ ມາດຈັດຕັ້ງໄດ້ດີໃນບາງກິດຈະກຳ ເຊັ່ນ: ການ ຮ່ວມມືທາງການເມຶອງ ການຕ່າງປະເທດ ໄດ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ຄະນະວິຊາການ ການຮ່ວມມືດ້ານການສືກສາ ໃນໄລຍະຜ່ານມາ ນະຄອນຫຼວງ ວຽງຈັນ ໄດ້ສົ່ງນັກຮຽນ 10 ຄົນ ມາຮຽນລະດັບປະລິນຍາຕີ ຢູ່ມະຫາວິທະຍາ ໄລແຂວງແຄງຮວາ ແຕ່ແຂວງແຄງຮວາ ຍັງບໍ່ໄດ້ສົ່ງນັກຮຽນ ໄປສຶກສາຈຝຕໍ່ຢູ່ນອນຫຼວງວຽງຈັຍ ເທື່ີອ.

ເພື່ອເຮັດໃຫ້ການຮ່ວມມືລະ ຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງແຄ່ງຮວາ ກ້າວເຂົ້າສູ່ບາດກ້າວຮ່ວມມືທີ່ເປັນໂຄງການລະ ອຽດ ນະຄອນຫຼວງວຽງ ຈັນ ໄດ້ສະເໜີບາງທິດທາງການຮ່ວມມື ຄື: 1. ສືບຕໍ່ຮັກສາການໄປ-ມາຫາສູ່ກັນຢ່າງເປັນປົກກະຕິ ເຂົ້າຮ່ວມໃນກິດຈະກຳສຳຄັນຂອງສອງທ້ອງຖິ່ນ ເພື່ອປະກອບສ່ວນຊຸກຍູ້ບັນດາຂະແໜງການ ໄດ້ມີການແລກປ່ຽນຂໍ້ມູນຂ່າວ ສານ ແລະ ບົດຮຽນໃນດ້ານຕ່າງໆ ທີ່ສອງທ້ອງຖີ່ນ ມີຄວາມສົນ ໃຈ ສະເໜີການຮ່ວມມືໃນຂົງ ເຂດການທ່ອງທ່ຽວ ໃນການຊຸກຍູ້ ແລະ ອຳ ນວຍຄວາມສະດວກ ສ້າງບັນດາກິດຈະ ກຳການທ່ອງ ທ່ຽວຮ່ວມກັນ ໂດຍສະເໜີໃຫ້ພະແນກທ່ອງທ່ຽວສອງຝ່າຍ ໄດ້ປຶກ ສາຫາລື ແລະ ສ້າງແຜນການຮ່ວມມືໃນລາຍລະອຽດຮ່ວມ ກັນ ຄົ້ນຄວ້າສະເໜີ ແລະ ຊຸກຍູ້ໃຫ້ລັດຖະບານ ເພື່ອສ້າງສາຍການບິນ ລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງແຄງຮວາ ເພື່ອເປັນພື້ນຖານໃຫ້ການທ່ອງທ່ຽວ ແລະ ການໄປ-ມາຫາສູ່ກັນໃຫ້ສະດວກສະບາຍຫຼາຍຂຶ້ນ.

ສະເໜີໃຫ້ພະແນກກະສິກຳຂອງສອງຝ່າຍ ປຶກສາຫາລື ແລະ ສ້າງແຜນວຽກຮ່ວມກັນ ໃນການພັດທະນາການລ້ຽງນົກແອ່ນ ທີ່ແຂວງແຄງຮວາ ມີບົດຮຽນ ໂດຍສະເພາະເຕັກນິກການລ້ຽງ ແລະ ການແປຮູບຜະລິດຕະພັນຈາກຮັງນົກແອ່ນ ພ້ອມທັງຕະຫຼາດສົ່ງອອກ ສະເໜີແຂວງແຄງຮວາຊ່ວຍຈັດເຝິກອົບຮົມກ່ຽວກັບວຽກງານການປະ ມົງ ໂດຍນະຄອນຫຼວງວຽງຈັນ ຈະໄດ້ຄັດເລືອກ ແລະ ແຕ່ງຕັ້ງວິຊາການ ແລະ ຜູ້ປະກອບການວຽກ ງານປະມົງ ມາເຝິກອົບຮົມ ແລະ ທັດສະນະສືກສາວຽກງານ ດັ່ງ ກ່າວສະເໜີໃຫ້ແຂວງແຄງຮວາ ຊ່ວຍເພີ່ມທືນການສຶກສາປີລະ 5 ທືນຕໍ່ປີ ໃຫ້ນະຄອນຫຼວງວຽງຈັນ ເພື່ອກໍ່ສ້າງຊັບພະຍາກອນແບບຕໍ່ເນື່ອງ ສົ່ງເສີມການຮ່ວມມືຮູບແບບໂຄງການລົງທືນ ການ ຄ້າ ແລະ ການທ່ອງທ່ຽວ ໃຫ້ເພີ່ມຂຶ້ນຕື່ມ ໂດຍອີງໃສ່ທ່າແຮງຂອງສອງຝ່າຍ ຊ່ວຍຊີ້ນຳຂະແໜງການທີ່ກ່ຽວຂ້ອງ ຂອງສອງຝ່າຍ ໃນການຜັນຂະຫຍາຍ ເນື້ອໃນບົດບັນທືກການຮ່ວມມືທີ່ໄດ້ລໄງນາມຮ່ວມກັນ ໃຫ້ໄດ້ຮັບໝາກຜົນ ແລະ ປະສິດທິຜົນສູງ.
ໃນໂອກາດຢິຽມຢາມ ແລະເຮັດວຽກຢູ່ແຂວງແຄງຮວາຄັ້ງນີ້ ຄະ ນະຜູ້ແທນຊັ້ນສູງນະຄອນຫວງວຽງຈັນ ຍັງໄດ້ໄປຢ້ຽມຢາມບໍ ລິສັດ ຮັງນົກແອ່ນແຄງຮວາ ຢຸ່ເຂດອຸດສາຫະກໍາ Song Cau ແລະ ຜາສາດ Ponagar/Hon Chong ຕື່ມອີກ.

