ວິທະຍຸ-ໂທລະພາບສູນກາງຈີນ, ອົງການພະລັງງານສາກົນ ຫລື IEA ປະກາດບົດລາຍງານ ກ່ຽວກັບນ້ຳມັນເຊື້ອໄຟ ປະຈຳເດືອນສະບັບຫລ້າສຸດ ໂດຍລະບຸວ່າ: ການປິດກັ້ນຊ່ອງແຄບຮໍມຸສ ເຮັດໃຫ້ສົ່ງຜົນກະທົບ ຕໍ່ການສະໜອງ ນ້ຳມັນເຊື້ອໄຟ ນັບມື້ ນັບໃຫຍ່ຫລວງກວ່າເກົ່າ, ຄັງສຳຮອງນ້ຳມັນເຊື້ອໄຟທົ່ວໂລກ ພວມຫລຸດລົງດ້ວຍຈັງຫວະໄວທີ່ບໍ່ເຄີຍມີມາກ່ອນ. ເມື່ອລະດູຮ້ອນ ທີ່ມີຄວາມຕ້ອງການ ນ້ຳມັນເຊື້ອໄຟ ເພີ່ມຂຶ້ນ ໃກ້ຈະມາເຖິງ, ລາຄານ້ຳມັນເຊື້ອໄຟ ໃນຕະຫລາດໂລກ ອາດຈະມີການປ່ຽນແປງຕື່ມອີກ. ບົດລາຍງານ ລະບຸວ່າ: ຍ້ອນກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟ ຖືກຈຳກັດ ຢູ່ຊ່ອງແຄບຮໍມຸສ, ປະເທດ ທີ່ຜະລິນ້ຳມັນເຊື້ອໄຟ ຢູ່ອ່າວເປີເຊຍ ໄດ້ສູນເສຍນ້ຳມັນເຊື້ອໄຟ ຫລາຍກວ່າ 1 ຕື້ຖັງ (ບາເຣວ), ປັດຈຸບັນ, ຍ້ອນຈຳເປັນຕ້ອງຢຸດເຊົາ, ເຮັດໃຫ້ຕ້ອງຫລຸດການຜະລິດນ້ຳມັນເຊື້ອໄຟ ສະເລ່ຍ 14 ລ້ານບາເຣວ ສະເລ່ຍຕໍ່ມື້, ເຊິ່ງເປັນຜົນກະທົບຮ້າຍແຮງທີ່ບໍ່ເຄີຍມີມາກ່ອນສຳລັບການສະໜອງນ້ຳມັນເຊື້ອໄຟ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

