ວິທະຍຸ-ໂທລະພາບສູນກາງຈີນ, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ຈຳກັດ ໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາເດືອນເມສາປີນີ້, ການກໍ່ສ້າງທາງລົດໄຟ ໄດ້ຮັບການຊຸກຍູ້ຢ່າງມີປະສິດທິພາບ ແລະ ຄຸນນະພາບສູງ, ໄດ້ສຳເລັດການລົງທຶນ ໃນຊັບສິນຄົງທີ່ ໃນລະບົບທາງລົດໄຟທົ່ວປະເທດ 200 ຕື້ກວ່າຢວນ,ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ, ໄດ້ເສີມຂະຫຍາຍບົດບາດນຳໜ້າ ແລະ ຂະຫຍາຍຢ່າງມີປະສິດທິຜົນ, ທັງໄດ້ເພີ່ມພະລັງແຮງໃໝ່ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງບັນດາເຂດແຄວ້ນ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກພາກສ່ວນກໍ່ສ້າງທາງລົດໄຟ ຂອງກຸ່ມບໍລິສັດ ທາງລົດໄຟແຫ່ງຊາດຈີນ ກ່າວວ່າ: ໃນຕໍ່ໄປ, ກຸ່ມບໍລິສັດດັ່ງກ່າວຈະຈັດຕັ້ງປະຕິບັດໜ້າທີ່ກໍ່ສ້າງ ໂຄງການສຳຄັນຂອງທາງລົດໄຟຕ່າງໆ ທີ່ກຳນົດໄວ້ ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຢ່າງຮອບດ້ານ, ເລັ່ງລັດສ້າງຕາໜ່າງ ທາງລົດໄຟທີ່ທັນສະໄໝ ແລະ ນຳໜ້າໃນລະດັບໂລກ ເພື່ອໃຫ້ເປັນການຄ້ຳປະກັນທີ່ເຂັ້ມແຂງ ໃນການຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ທີ່ມີຄຸນນະພາບສູງຂອງ ສປ ຈີນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

