Homeຂ່າວຕ່າງປະເທດອິນເດຍ ສັ່ງຫ້າມສົ່ງອອກນໍ້າຕານ

ອິນເດຍ ສັ່ງຫ້າມສົ່ງອອກນໍ້າຕານ

ສຳນັກຂ່າວ ອິນໂຟເຄວສ, ອິນເດຍ ປະກາດຢຸດຕິ ການສົ່ງອອກ ນໍ້າຕານ ເພື່ອຄວບຄຸມ ລາຄາ ສິນຄ້າ ພາຍໃນ ປະເທດ ໂດຍມີຜົນທັນທີ ນັບແຕ່ ວັນທີ 13 ພືດສະພາ ເປັນຕົ້ນໄປ ຈົນເຖິງ ວັນທີ 30 ກັນຍາ 2026 ຫລື ຈົນກວ່າ ຈະມີຄຳສັ່ງ ປ່ຽນແປງ, ໃນຂະນະທີ່ ນັກວິເຄາະ ຄາດວ່າ ມາດຕະການນີ້ ຈະຊ່ວຍ ຊຸກຍູ້ ລາຄາ ນໍ້າຕານ ຊາຍຂາວ ແລະ ນໍ້າຕານຊາຍດີບ ໃນຕະຫລາດໂລກ ພ້ອມທັງ ເປັນການ ເປີດໂອກາດໃຫ້ ບຣາຊິນ ແລະ ໄທ ຊຶ່ງເປັນຄູ່ແຂ່ງ ທີ່ສຳຄັນ ສົ່ງອອກນໍ້າຕານ ໄປຍັງ ກຸ່ມຜູ້ຊື້ໃນອາຊີ ແລະ ອາຟຣິກາ ໄດ້ຫລາຍຂຶ້ນ.

ກ່ອນໜ້ານີ້ ອິນເດຍ ໄດ້ສົ່ງອອກ ນໍ້າຕານ ຫລາຍທີ່ສຸດ ເປັນອັນດັບ 2 ຖັດຈາກ ບຣາຊິນ ເຄີຍອະນຸຍາດໃຫ້ສົ່ງອອກ ນໍ້າຕານໄດ້ 1,59 ລ້ານໂຕນ, ເນື່ອງຈາກ ຄາດວ່າ ຜະລິດຕະພັນ ຈະລົ້ນ ຕະຫລາດ. ເຖິງຢ່າງໃດ ກໍ່ຕາມ ຫລ້າສຸດ ລັດຖະບານ ອິນເດຍ ໄດ້ປະເມີນວ່າ ຜົນຜະລິດ ຈະຕໍ່າກວ່າ ຄວາມຕ້ອງການ ບໍລິໂພກ ຕິດຕໍ່ກັນ ເປັນປີທີສອງ ເພາະວ່າ ຜົນຜະລິດອອ້ຍ ຕໍ່ເຮັກຕ້າ ໃນແຫລ່ງ ປູກສຳຄັນ ຫລຸດລົງ. ນອກຈາກນີ້ ປະກົດການ ແອລນິໂຢ ທີ່ ອາດຈະສົ່ງຜົນກະທົບ ໃນລະດູຝົນ ປີນີ້ ຍິ່ງເພີ່ມຄວາມສ່ຽງ ຕໍ່ຜົນຜະລິດ ລະດູການ ໜ້າຈະຫລຸດລົງ ຕໍ່າກວ່າ ທີ່ກຳນົດໄວ້ເບື້ອງຕົ້ນ./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments