Homeຂ່າວຕ່າງປະເທດທ່ານນາງ ເຜີງລີ້ຢວນ ພົບປະກັບຜູ້ອຳນວຍການໃຫຍ່ Unesco

ທ່ານນາງ ເຜີງລີ້ຢວນ ພົບປະກັບຜູ້ອຳນວຍການໃຫຍ່ Unesco

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນເຊົ້າວັນທີ 12 ພຶດສະພາຜ່ານມາ, ທ່ານນາງ ເຜີງລີ້ຢວນ ພັນລະຍາຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ທູດພິເສດດ້ານການຊຸກຍູ້ການສຶກສາສຳລັບເດັກຍິງ ແລະ ແມ່ຍິງຂອງອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ໄດ້ພົບປະກັບທ່ານ ຄາເລັດ ເອລ ເອນານີ ຜູ້ອຳນວຍການໃຫຍ່ອົງການ UNESCO ທີ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານນາງ ເຜີງລີ້ຢວນ ໄດ້ໃຫ້ຮູ້ກ່ຽວກັບຜົນສຳເລັດໃນການພັດທະນາຂອງພາລະກິດການສຶກສາສຳລັບເດັກຍິງແລະ ແມ່ຍິງຂອງຈີນ ແລະ ສະແດງຄວາມຍິນດີສືບຕໍ່ປະຕິບັດໜ້າທີ່ໃນຖານະທູດພິເສດໃຫ້ດີ, ເພີ່ມທະວີການຮ່ວມມືກັບອົງການ UNESCO ເພື່ອຊຸກຍູ້ໃຫ້ພາລະກິດການສຶກສາຂອງເດັກຍິງ ແລະ ແມ່ຍິງໃນທົ່ວໂລກໄດ້ຮັບຄວາມກ້າວໜ້າຢ່າງຕໍ່ເນື່ອງ.

ທ່ານ ຄາເລັດ ເອວ ເອນານີ ໄດ້ຕີລາຄາສູງຕໍ່ທ່ານນາງ ເຜີງລີ້ຢວນ ທີ່ໄດ້ປະກອບສ່ວນຢ່າງດີເດັ່ນເຂົ້າໃນພາລະກິດການສຶກສາສຳລັບເດັກຍິງ ແລະ ແມ່ຍິງທົ່ວໂລກ ນັບແຕ່ໄດ້ດຳລົງຕຳແໜ່ງເປັນທູດພິເສດເປັນຕົ້ນມາ ແລະ ສະແດງຄວາມຍິນດີລົງເລິກການແລກປ່ຽນ ແລະ ການຮ່ວມມືກັບຈີນໃຫ້ແໜ້ນແຟ້ນຍິ່ງຂຶ້ນເພື່ອຊຸກຍູ້ໃຫ້ມີການພັດທະນາໃໝ່ໆໃນດ້ານການສຶກສາສຳລັບເດັກຍິງ ແລະ ແມ່ຍິງທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments