ໃນວັນທີ 13 ພຶດສະພາ 2029 ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ແລະ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ ໃນໂອກາດເຂົ້າຢ້ຽມພົບປະ ແລະ ຫາລືວຽກງານຮ່ວມມື.
ໃນການພົບປະຄັ້ງນີ້ ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ປະທານ ສນຊ ທີ່ໄດ້ຮັບຕຳແໜ່ງໃໝ່ ພ້ອມທັງຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII.
ນອກຈາກນັ້ນ ທ່ານທູດ ຍັງໄດ້ລາຍງານກ່ຽວກັບການໃຫ້ການສະໜັບສະໜູນ ສປປ ລາວ ຜ່ານອົງການ TIKA ໃນຫຼາຍຂະແໜງ ອາທິ: ສາທາລະນະສຸກ, ການສຶກສາ, ກະສິກຳ, ແຮງງານ ແລະ ສະຫວັດດີການສັງຄົມ ລວມເຖິງການພັດທະນາທັກສະໃຫ້ແກ່ຊາວໜຸ່ມ ແລະ ແມ່ຍິງ ພ້ອມທັງວຽກງານມະນຸດສະທຳ ແລະ ການບັນເທົາໄພພິບັດທຳມະຊາດໃນລາວ.
ໂອກາດນີ້ ທ່ານ ປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ສະຖານທູດຕວັກກີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນລາວ ໂດຍສະເພາະການມອບອາຫານແຫ້ງ ໃຫ້ແກ່ 238 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ໃນແຂວງຈຳປາສັກ ຜ່ານ ສນຊ.
ພ້ອມກັນນີ້ ທ່ານ ປະທານ ສນຊ ຍັງໄດ້ອວຍພອນໃຫ້ ທ່ານທູດ ມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ ພ້ອມສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຕວັກກີ ໃຫ້ນັບມື້ແຕກດອກອອກຜົນຫຼາຍຍິ່ງຂຶ້ນ.
ຂ່າວ: ສນຊ

