Homeຂ່າວຕ່າງປະເທດເຮັດໃຫ້ປີ 2026 ກາຍເປັນປີທີ່ມີຄວາມໝາຍຄັ້ງປະຫວັດສາດ ຂອງການພົວພັນຈີນ-ອາເມຣິກາ

ເຮັດໃຫ້ປີ 2026 ກາຍເປັນປີທີ່ມີຄວາມໝາຍຄັ້ງປະຫວັດສາດ ຂອງການພົວພັນຈີນ-ອາເມຣິກາ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນເຊົ້າວັນທີ 14 ພຶດສະພາ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ.

ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ຜົນປະໂຫຍດຮ່ວມລະຫວ່າງຈີນ-ອາເມຣິກາ ແມ່ນຫຼາຍກວ່າຄວາມເຫັນທີ່ຂັດແຍ້ງກັນ, ຜົນສຳເລັດຂອງຈີນ ແລະ ອາເມຣິກາເປັນໂອກາດຕໍ່ກັນ, ຄວາມໝັ້ນທ່ຽງຂອງການພົວພັນຈີນ-ອາເມຣິກາຈະສ້າງຜົນປະໂຫຍດຕໍ່ໂລກ. ສອງຝ່າຍຄວນເປັນຄູ່ຮ່ວມມືແຕ່ບໍ່ແມ່ນຄູ່ແຂ່ງ, ຊ່ວຍຊູຍູ້ໜູນກັນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ບຸກເບີກເສັ້ນທາງທີ່ປະເທດໃຫຍ່ຢູ່ຮ່ວມກັນຢ່າງຖືກຕ້ອງໃນຍຸກໃໝ່. ຂ້າພະເຈົ້າຫວັງຢາກແລກປ່ຽນຄຳເຫັນກັບທ່ານ ໂດໂນ ທຣຳ ກ່ຽວກັບບັນຫາສຳຄັນຂອງສອງປະເທດ ກໍຄືຂອງໂລກ, ຮ່ວມກັນຊີ້ແຈ້ງທິດທາງ ແລະ ຂັດທ້າຍກຳປັ່ນແຫ່ງການພົວພັນຈີນ-ອາເມຣິກາໃຫ້ດີ, ເຮັດໃຫ້ປີ 2026 ກາຍເປັນປີທີ່ມີຄວາມໝາຍຄັ້ງປະຫວັດສາດ ແລະ ມີລັກສະນະຂີດໝາຍຂອງການພົວພັນຈີນ-ອາເມຣິກາ ໂດຍສືບທອດໄລຍະຜ່ານມາ ແລະ ບຸກເບີກໃນໄລຍະໃໝ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments