ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 13 ພຶດສະພານີ້, ທ່ານ ເຮີລີ້ເຟີ່ງ ຮອງນາຍົກລັດຖະມົນຕີຈີນ, ຫົວໜ້າຄະນະເຈລະຈາດ້ານເສດຖະກິດການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາ ແລະ ທ່ານ ສະກອດ ເບັສເຊັນດ໌ ລັດຖະມົນຕີກະຊວງການເງິນ ອາເມລິກາ ຫົວໜ້າຄະນະເຈລະຈາດ້ານເສດຖະກິດການຄ້າອາເມລິກາ-ຈີນ ໄດ້ຈັດການເຈລະຈາກັນຢູ່ ສ ເກົາຫລີ. ໂດຍສອງຝ່າຍ ໄດ້ຖືຄວາມຮັບຮູ້ ທີ່ເປັນເອກະພາບກັນ ອັນສຳຄັນ ລະຫວ່າງ ປະມຸກລັດ ຂອງສອງປະເທດເປັນທິດຊີ້ນຳ, ຍຶດໝັ້ນຫລັກການເຄົາລົບເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ, ໄດ້ດຳເນີນການແລກປ່ຽນ ທີ່ມີສັກລະນະສ້າງສັນຢ່າງຈິງໃຈ ແລະ ເລິກເຊິ່ງ ກ່ຽວກັບ ການແກ້ໄຂບັນຫາ ດ້ານເສດຖະກິດ-ການຄ້າ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ ແລະ ການເປີດກວ້າງການຮ່ວມມື ທີ່ແທ້ຈິງ ລະຫວ່າງ ສອງຝ່າຍຕື່ມອີກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ

